ລາຍການສະແດງສີລະປະຕ່າງໆ ອວຍພອນວັນທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) - ເພ່ື່ອຂ່ຳນັບຊົມເຊີຍວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4-1975-30/4/2019), ຕອນຄ່ຳວັນທີ 30/4, ນະຄອນໂຮ່ຈີມິນ ໄດ້ຈັດລາຍການສະແດງສິລະປະ ແລະ ຍິງບັ້ງໄຟດອກທີ່ເປັນເອກະລັກ.
ລາຍການສະແດງສີລະປະຕ່າງໆ ອວຍພອນວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1(ລາຍການສະແດງສິລະປະຢູ່ແຂວງດັກລັກ)

ປະຊາຊົນເປັນຈຳນວນຫຼາຍພ້ອມກັບຜູ້ເປັນພະຍານຫລັກຖານໄດ້ພ້ອມກັນຫວນຄືນເລື່ອງລາວໃນຊຸມເດືອນເມສາແຫ່ງປະຫວັດຊາດກ່ອນນີ້ 44 ປີ,  ຊື່ງໄດ້ຍົກໃຫ້ເຫັນຄວາມໝາຍອັນໃຫ່ຍຫຼວງຂອງການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ແລະ ການຕັດສິນໃຈຕໍ່ສູ້ຍາດເອົາໄຊຊະນະຂອງທະຫານ ແລະ ປະຊາຊົນຊາວພາກໃຕ້ໃນຍາມນັ້ນ. ທ່ານຮິງມິນແທັ່ງ, ຊາວນະຄອນໂຮ່ຈີມິນ ແບ່ງປັນວ່າ:

    ກ່ອນນີ້ 44 ປີ, ທະຫານປົດປ່ອຍໄດ້ບຸກເຂົ້າໄຊງອນ. ບັນດາຜູ້ເປັນປູ່ເປັນພໍ່ຂອງພວກເຮົາໄດ້ເສຍສະຫຼະເລືອດເນື້ອຂອງຕົນບໍ່ຈັກວ່າເທົ່າໃດເພື່ອໃຫ້ມີວັນປົດປ່ອຍ, ວັນເອກະລາດແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ເພື່ອສ້າງໃຫ້ປະເທດຫວຽດນາມ ມີການພັດທະນາຄືໃນທຸກວັນນີ້.

    ຕອນຄ່ຳວັນທີ 30/4, ຢູ່ນະຄອນບວນມາທວັດ, ແຂວງດັກລັກ, ໄດ້ຈັດລາຍການສະແດງສິລະປະ ປະເທດຊາດເບີກບານມວ່ນຊື່ນ ໂດຍມີການເຂົ້າຮ່ວມຂອງນັກສະແດງ, ນັກຮ້ອງ 100 ຄົນມາຈາກບັນດາກອງສິລະປະກອນຂອງແຂວງ. ທ່ານຫງວຽນຄັກດາດ, ຊາວນະຄອນບວນມາທວດ ໃຫ້ຮູ້ວ່າ:

   ລາຍການສະແດງສິລະປະໄດ້ສະແດງໃຫ້ເຫັນບັນຍາກາດພິລະອາດຫານ, ການກຽມພ້ອມຕໍ່ສູ້, ການເສຍສະຫຼະເພື່ອນຳຄວາມເປັນເອກະລາດເສລີພາບຂອງຊາດ. ຜ່ານນັ້ນກໍ່ສຶກສາໃຫ້ລຸ້ນໜຸ່ມຈົ່ງຫວນຄືນປະຫວັດສາດ, ການເສຍສະຫຼະຂອງລຸ້ນພໍ່ລຸ້ນອ້າຍ ເພື່ອໃຫ້ທຸກຄົນມີຊີວິດໃນທຸກວັນນີ້.

    ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 44 ປີ  ແລະ ວັນກຳມະກອນສາກົນຄົບຮອບ 133 ປີ, ຕອນເຊົ້າວັນທີ 1/5, ຢູ່ແຂວງຢາລາຍ ກໍ່ໄດ້ຈັດງານບຸນຊ່ວງເຮືອຢູ່ແມ່ນ້ຳ ໂປໂກ ເປັນຄັ້ງທຳອິດ. ໃນໂອກາດນີ້, ແຂກທ່ອງທ່ຽວຍັງໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາວເຜົ່າໄຕງວຽນ ແລະ ເຂົ້າຮ່ວມບັນດາລາຍການສະແດງສິລະປະທີ່ເປັນມູນເຊື້ອ ./.

ຕອບກັບ

ຂ່າວ/ບົດ​ອື່ນ