ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ “ກົນດາວ - ບົດເພງວິລະຊົນດັງກ້ອງກັງວາງຕະຫລອດໄປ”

(VOVWORLD) -ລາຍການແກ່ຍາວເປັນເວລາ 120 ນາທີ, ໄດ້ລວບລວມໄລຍະທາງປະວັດສາດທີ່ສະຫງ່າອົງອາດໃນ 160 ປີຜ່ານມາຂອງ ກົນດາວ.
ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ “ກົນດາວ - ບົດເພງວິລະຊົນດັງກ້ອງກັງວາງຕະຫລອດໄປ” - ảnh 1(ລາຍການສະແດງສິລະປະ)

ເນື່ອງໃນໂອກາດສະເຫຼີມະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ເມືອງ ກົນດາວ, ຄະນະກຳມະການປະຊາຊົນ ໂຮ່ຈີມິນ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບາເຣີ້ຍ - ວູງເຕົ່າ ໄດ້ຈັດລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ດ້ວຍຫົວຂໍ້ ກົນດາວ - ບົດເພງວິລະຊົນດັງກ້ອງກັງວາງຕະຫລອດໄປ”.

ລາຍການແກ່ຍາວເປັນເວລາ 120 ນາທີ, ໄດ້ລວບລວມໄລຍະທາງປະວັດສາດທີ່ສະຫງ່າອົງອາດໃນ 160 ປີຜ່ານມາຂອງ ກົນດາວ. ໄລຍະທີ 1 ແຕ່ປີ 1862 ຫາປີ 1975, ກົນດາວ ຖືກພວກລ່າເມືອງຂຶ້ນ, ຈັກກະພັດເຂົ້າມາຮຸກຮ້ານ; ໄລຍະທີ 2 ແມ່ນ 47 ປີ (1975 – 2022) ປະເທດສັນຕິພາບ, ເອກະພາບ, ກົນດາວ ນັບມື້ນັບເຂັ້ມແຂງບົນເສັ້ນທາງສ້າງສາ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ