ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ລະ​ດູ​ບານ​ໃໝ່​ເອ​ກະ​ພາບ”

(VOVWORLD) - ລາຍການສະແດງສິລະປະລວມມີສາມພາກ. ພາກທີ 1 “ຄວາມເຈັບປວດເມື່ອປະເທດຖືກຕັດແຍກ ແລະ ເສັ້ນທາງເປັນເອກະພາບ”, ພາກທີ 2 “ລະດູບານໃໝ່ແຫ່ງສັນຕິພາບ”, ພາກທີ 3 “ລະດູບານໃໝ່ຂອງສັງກາດໃໝ່” ເຊິ່ງສະແດງໃຫ້ເຫັນຄວາມໝາຍ, ຂອບຂະໜາດອັນຍິ່ງໃຫຍ່, ຄຸນຄ່າທີ່ໃຫຍ່ຫຼວງຂອງມະຫາໄຊລະດູບານໃໝ່ 1975.
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ລະ​ດູ​ບານ​ໃໝ່​ເອ​ກະ​ພາບ” - ảnh 1ລາຍການສະແດງສິລະປະພິເສດ “ລະດູບານໃໝ່ເອກະພາບ” (ພາບ: VOV)

ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ຕອນຄ່ຳວັນທີ 29 ເມສາ, ຢູ່ສວນສາທາລະນະ ຊ້າງຕ້າວ, ຕາແສງ ຖູທຽມ, ນະຄອນ ຖູດຶກ, ນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ “ລະດູບານໃໝ່ເອກະພາບ”. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ, ທ່ານປະທານປະເທດ ເລື່ອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມລາຍການ.

ລາຍການສະແດງສິລະປະລວມມີສາມພາກ. ພາກທີ 1 “ຄວາມເຈັບປວດເມື່ອປະເທດຖືກຕັດແຍກ ແລະ ເສັ້ນທາງເປັນເອກະພາບ”, ພາກທີ 2 “ລະດູບານໃໝ່ແຫ່ງສັນຕິພາບ”, ພາກທີ 3 “ລະດູບານໃໝ່ຂອງສັງກາດໃໝ່” ເຊິ່ງສະແດງໃຫ້ເຫັນຄວາມໝາຍ, ຂອບຂະໜາດອັນຍິ່ງໃຫຍ່, ຄຸນຄ່າທີ່ໃຫຍ່ຫຼວງຂອງມະຫາໄຊລະດູບານໃໝ່ 1975.

ສະຫຼັບລະຫວ່າງບັນດາລາຍການສະແດງສິລະປະແມ່ນບັນດາສາກສະແດງການເຄື່ອນໄຫວ, ສາລະຄະດີກ່ຽວກັບວັນທີ 30 ເມສາ 1975, ເລື່ອງລາວກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດເມື່ອວັນທີ 30 ເມສາ, ຜົນງານຂອງປະເທດຊາດພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ