ລາຍການສະແດງສິລະປະສະເຫຼີມສະຫຼອງ 80 ປີແຫ່ງວັນ “ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ”

(VOVWORLD) - ທຳນອງເພງປະເທດຊາດ ແລະ ທຳນອງເພງ ລະດູບານໃໝ່. ບັນດາບົດເພງຍ້ອງຍໍຊົມເຊີຍພັກ, ປະທານ ໂຮ່ຈີມິນ, ຍ້ອງຍໍຊົມເຊີຍບ້ານເກີດເມືອງນອນ, ປະເທດຊາດ...
ລາຍການສະແດງສິລະປະສະເຫຼີມສະຫຼອງ 80 ປີແຫ່ງວັນ “ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ” - ảnh 1ການສະແດງສິລະປະທີ່ລາຍການ
(ພາບ:Tuấn Đức/TTXVN)

ຕອນຄ່ຳວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະສະເຫຼີມສະຫຼອງ 80 ປີແຫ່ງວັນ “ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ” (1943 – 2023) ໂດຍພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ຈັດຂຶ້ນ.

        ລາຍການລວມມີ 2 ພາກ: ທຳນອງເພງປະເທດຊາດ ແລະ ທຳນອງເພງ ລະດູບານໃໝ່. ບັນດາບົດເພງຍ້ອງຍໍຊົມເຊີຍພັກ, ປະທານ ໂຮ່ຈີມິນ, ຍ້ອງຍໍຊົມເຊີຍບ້ານເກີດເມືອງນອນ, ປະເທດຊາດ ໄດ້ຮັບການສະແດງໃນບັນຍາກາດທີ່ຟົດຟື້ນ, ມ່ວນຊື່ນ, ສ້າງຄວາມເຊື່ອໝັ້ນ, ກຳລັງໜູນໃຫ້ແກ່ປະຊາຊົນໃນພາລະກິດແຫ່ງການສ້າງສາ ແລະ ພັດທະນານະຄອນຫຼວງ, ປະເທດຊາດ.

        ກ່ອນນີ້ 80 ປີ, ຄືເດືອນ ກຸມພາ 1943, “ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ” - ເຊິ່ງເປັນເອກະສານຕົ້ນຕໍທຳອິດກ່ຽວກັບວຽກງານວັດທະນະທຳ, ສິລະປະໂດຍທ່ານເລຂາທິການໃຫຍ່ ເຈື່ອງຈິງ ຮຽບຮຽງ, ໄດ້ຮັບຮອງເອົາທີ່ກອງປະຊຸມຄະນະປະຈຳສູນກາງພັກ ກອມມູນິດ ຫວຽດນາມ. ມາຮອດປະຈຸບັນ, ຄຸນຄ່າ ແລະ ລັກສະນະແທດຈິງຂອງແຜນຮ່າງນີ້ຍັງຄົງຮັກສາຄຸນຄ່າໄວ້ຄືເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ