ລາວຈັດງານຊາປະນາກິດສົບຂອງທ່ານສະໝານວິຍາເກດຢ່າງສົມກຽດ

ລາວຈັດງານຊາປະນາກິດສົບຂອງທ່ານສະໝານວິຍາເກດຢ່າງສົມກຽດ - ảnh 1
ງານ​ຊາ​ປະ​ນາ​ກິດ​ສົບຂອງ​ ທ່ານ ສະ​ໝານ ວິ​ຍາ​ເກດ
(ພາບ: ໝີບີງ)

(vovworld)- ໃນ​ວັນ​ທີ 25/7, ທີ່ສະ​ໜາມ​ເດີ່ນ​ທາດຫຼວງ, ຢູ່​ນະ​ຄອນຫຼວງວຽງ​ຈັນ, ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ແນວ​ໂຮມ​ລາວ​ສ້າງ​ຊາດ ໄດ້​ຈັດ​ງານ​ຊາ​ປະ​ນາ​ກິດ​ສົບ ​ຂອງ​ ທ່ານ ສະ​ໝານ ວິ​ຍາ​ເກດ, ອະ​ດິດກຳ​ມະ​ການ​ກົມ​ການ​ເມ​ືອງ, ອະ​ດິດ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ​, ອະດິດ​ຫ​ົວ​ໜ້າ​ຄະ​ນະ​ຊີ້ນຳວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ ແລະ ວັດ​ທະ​ນະ​ທຳ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຢ່າງ​ສົມ​ກຽດ. ທ່ານ ສະ​ໝານ ວິ​ຍາ​ເກດ ເປັນ​ນັກ​ຮົບ​ພະ​ນັກ​ງານ​ນັກ​ປະ​ຕິ​ວັດ​​ຜູ້ອາ​ວຸ​ໂສຂອງ​ລາວ, ໄດ້​ມີ​ຄຸນ​ງາມ​ຄວາມ​ດີຫຼາຍ​ຢ່າງ, ປະ​ກອບ​ສ່ວນ​​ໃຫ້​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ກໍ່​ຄື​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທ​ດ​ລາວ. ດ້ວຍ​ຜົນ​ບັນ​ດາ​ຜົນ​ງານ ແລະ ຄຸນ​ງາມ​ຄວາມ​ດີ​ຂອງ​ຕົນ​, ​ພັກ, ລັດ​ລາວ​ໄດ້ ມອບຫຼຽນ​ໄຊ, ຫຼຽນ​ກາ​ອັນ​ສູງ​ສົ່ງ ແລະ ລ້ຳ​ຄ່າຫຼາຍ​ຢ່າງ ໃຫ້​ທ່ານ ​ເຊັ່ນ: ຫຼຽນ​ໄຊ​​ຄຳ​ແຫ່ງ​ຊາດ, ຫຼຽນ​ໄຊອິດ​ສະຫຼະ ​ຊັ້ນ​ 1, ຫຼຽນ​​ໄຊ​ຊະ​ນະເລີດ ​ຊັ້ນ 1, ຫຼຽນ​ກາ​ລະ​ນຶກ 50 ປີ ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຫຼຽນ​ກາ​ລະ​ນຶກ 50 ປີ ​ແຫ່ງວັນ​ສ້າງ​ຕັ້ງກອງ​ທັບ, ຫຼຽນ​ກາ​ລະ​ນຶກ 60 ປີ ​ແຫ່ງວັນ​ສ້າງ​ຕັ້ງແນວ​ໂຮມ​ລາວສ້າງ​ຊາດ​, ຫຼຽນ​ກາ​​ຕໍ່ຕ້ານ​ຝ​ຣັ່ງ, ຫຼຽນ​ກາ​ຕໍ່​ຕ້ານ​ອາ​ເມ​ລິ​ກາ ແລະ ລາງວັນ​ອັນສູງ​ສົ່ງ​ອີກຫຼາຍ​ລາງວັນ. ທ່ານ​ສະ​ໝານ ວິ​ຍາ​ເກດ ກໍ່​ຖືກ​ພັກ, ລັດ ຫວຽດ​ນາມ ມອບຫຼຽນ​ໄຊ​ດາວ​ຄຳ ຂອງ​ຫວຽດ​ນາມ; ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ກໍ່​ໄດ້ມອບຫຼຽນ​ໄຊ​​ຄຳ​ແຫ່ງ​ຊາດ. ໃນ​ ​ການ​ດຳ​ລົງຊີ​ວິດເຄື່ອນ​ໄຫວ​ປະ​ຕິ​ວັດ ​ກໍ່​ຄື​ໃນ​ຖາ​ນະ​ຕຳ​ແໜ່ງ ​ເປັນ​ການ​ນຳ​ຂັ້ນ​ສູງ​ ຂອງ​ລາວ ຫຼັງ​ຈາກນັ້ນ, ທ່ານ ສະ​ໝານ ວິ​ຍາ​ເກດ ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ ​ໃຫ້​ແກ່​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ​-ລາວ.

ຂ່າວ/ບົດ​ອື່ນ