ລາວສຳເລັດວຽກງານ ກະກຽມຈັດຕັ້ງກອງປະຊຸມ ASEM 9

ລາວສຳເລັດວຽກງານ ກະກຽມຈັດຕັ້ງກອງປະຊຸມ ASEM 9  - ảnh 1

ASEM 9 ມີ​ຫົວ​ຂໍ້​ວ່າ: “​ເພື່ອ​ນມິດ​ເພື່ອ​ສັນຕິພາບ,

ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ“

(ພາບ:nguyentandung.org)

(VOV)- ກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9 (ASEM 9 ) ​ໂດຍ ສປປລາວ ​ເປັນ​ເຈົ້າພາບ​ຈັດຕັ້ງຂຶ້ນຈະ​ດຳ​ເນີນ​ແຕ່​ວັນ​ທີ 5-6/11/2012. ດ້ວຍ​ຫົວ​ຂໍ້​ວ່າ: “​ເພື່ອນ​ມິດ​ເພື່ອ​ສັນຕິພາບ, ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ“, ທີ່​ກອງ​ປະຊຸມ ASEM 9, ບັນດາ​ການ​ນຳ​ອາຊີ-​ເອີ​ລົບ ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຕ່າງ​ມີ​ຄວາມສົນໃຈ. ​ເອກະສານ​ສຳຄັນສອງ​ສະບັບຊື່​ງຄາດ​ວ່າ​ຈະ​ຖືກ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ ​ASEM 9 ແມ່ນຖະ​ແຫຼ​ງການ​ຂອງ​ທ່ານ​ປະທານ ​ASEM 9 ແລະ ຖະ​ແຫຼ​ງການ​ວຽງ​ຈັນ​ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ເພື່ອ​ສັນ​ຕິ​ພາບ ​ແລະ ການ​ພັດທະນາ.

  ​ASEM 9 ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ລາວ ຍົກ​ສູງ​ບົດບາດ ​ແລະ ອິດ​ທິພົນ​ຊື່​ງສຽງ​ໃນ​ພາກ​ພື້ນ ​ແລະ ​ໃນ​ເວທີ​ສາກົນ ​ແລະ ກໍ່​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ການ​ເຊື່ອມ​ຕໍ່​ເສດຖະກິດລະຫວ່າງ​ລາວ ກັບ​ອາຊີ ​ແລະ ​ເອີ​ລົບ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ສົ່ງ​ອອກ, ດຶງ​ດູດ​ການ​ລົງທຶນ… ທ່ານ​ສິງ​ທອນ ຈິນ​ໂຍທິນ, ຫົວໜ້າ​ກົມ​ການ​ຂ່າວ, ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9 ASEM 9 ​ໄດ້​ສຳ​ເລັດ​ແລ້ວ, ລັດຖະບານ ​ແລະ ປະຊາຊົນ​ລາວ​ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ໃຫ້​ສຳ​ເລັດ​ຜົນ.

 

ຂ່າວ/ບົດ​ອື່ນ