ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້

(VOVWORLD) -ຄາດວ່າໃນປີ 2021 ແລະ ຕົ້ນປີ 2022, ຫວຽດນາມ ຈະມີວັກຊິນກັນໂຄວິດ-19 ທັງໝົດ 175 ລ້ານໂດສ.
ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້ - ảnh 1ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 Moderna ຈຳນວນ 3 ລ້ານໂດສ ໂດຍລັດຖະບານອາເມລິກາ ອຸປະຖຳ
(ພາບປະກອບ: TTXVN)

ຕອນບ່າຍວັນທີ 19 ກໍລະກົດ, ທ່ານ ດັ້ງດຶກແອັງ, ຫົວໜ້າສະຖາບັນອະນາໄມຄວບຄຸມໂລກລະບາດວິທະຍາສູນກາງ, ຫົວໜ້າຄະນະບໍລິຫານໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ໃຫ້ຮູ້ວ່າ ໃນອາທິດນີ້, ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 Moderna ຈຳນວນ 3 ລ້ານໂດສ ໂດຍລັດຖະບານອາເມລິກາ ອຸປະຖຳຜ່ານກົນໄກ Covax facility. ນອກນັ້ນ, ຫວຽດນາມ ຈະໄດ້ຮັບວັກຊິນ 100.000 ໂດສຈາກລັດຖະບານ ຣຸມານີ. ຫວຽດນາມ ກໍ່ພວມສະເໜີໃຫ້ລັດຖະບານ ຈີນ ຊ່ວຍເຫຼືອລ້າວັກຊິນ Sinopharm ຈຳນວນ 5 ລ້ານໂດສ.

ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກໃຫ້ຮູ້ວ່າ, Pfizer ໄດ້ເຫັນດີເພີ່ມປະລິມານວັກຊິນກັນໂຄວິດ- 19 ທີ່ສະໜອງໃຫ້ແກ່ຫວຽດນາມ ໃນໄຕມາດທີ 3 ຈາກຈຳນວນ 3 ລ້ານໂດສ ຂຶ້ນເປັນ 3,5 ລ້ານໂດສ ແລະ ເຫັນດີຂາຍ 20 ລ້ານໂດສ ຕື່ມອີກໃນປີ 2021, ຍົກຈຳນວນວັກຊິນ Pfizer ທີ່ຄາດວ່າຈະຂາຍໃຫ້ຫວຽດນາມ ຂຶ້ນເປັນ 51 ລ້ານໂດສ, ເພີ່ມຂຶ້ນ 20 ລ້ານໂດສເມື່ອທຽບໃສ່ຕາມແຜນການ.

ສະນັ້ນ, ຄາດວ່າໃນປີ 2021 ແລະ ຕົ້ນປີ 2022, ຫວຽດນາມ ຈະມີວັກຊິນກັນໂຄວິດ-19 ທັງໝົດ 175 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ