ວັງ Kremlin ແຈ້ງ​​ວັນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ເມ​ລິ​ກາ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Joe Biden  ຈະເຂົ້າຮ່ວມກອງປະຊຸມສຸດຍອດສອງຝ່າຍແບບທາງໄກ ໃນວັນທີ 07 ທັນວາ ເພື່ອປຶກສາຫາລືກ່ຽວກັບບັນຫາ ຢູແກຼນ ແລະ ຫົວຂໍ້ອື່ນໆ.
ວັງ Kremlin ແຈ້ງ​​ວັນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Joe Biden ຢູ່ ເຊີແນວ, ວັນທີ 16/6/2021 (ພາບ: AFP/ TTXVN)

ວັນທີ 4 ທັນວາ, ໂຄສົກວັງ Kremlin,  ທ່ານ  Dmitry Peskov ໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Joe Biden  ຈະເຂົ້າຮ່ວມກອງປະຊຸມສຸດຍອດສອງຝ່າຍແບບທາງໄກ ໃນວັນທີ 07 ທັນວາ ເພື່ອປຶກສາຫາລືກ່ຽວກັບບັນຫາ ຢູແກຼນ ແລະ ຫົວຂໍ້ອື່ນໆ. ທ່ານ Dmitry Peskov ຢັ້ງຢືນວ່າ ການພົວພັນສອງຝ່າຍ, ຢູແກຼນ ແລະ ການດຳເນີນການປະຕິບັດຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ຢູ່ ເຊີແນວ ແມ່ນເນື້ອໃນສຳຄັນຂອງໂຄງການດຳເນີນງານ.

ກ່ອນໜ້ານັ້ນ, ທ່ານ Yuri Ushakov ທີ່ປຶກສາດ້າການຕ່າງປະເທດຂອງວັງ Kremlin ໃຫ້ຮູ້ວ່າ ໃນກອງປະຊຸມສຸດຍອດ ລັດເຊຍ - ອາເມລິກາ ຈະມາເຖິງນີ້,  ປະທານາທິບໍດີສອງປະເທດ ຈະປຶກສາຫາລືກ່ຽວກັບບັນຫາສອງຝ່າຍ ແລະ ຫົວຂໍ້ອື່ນໆໃນໂຄງການດຳເນີນສາກົນ ເຊິ່ງກ່ຽວຂ້ອງເຖິງ ອາບການິດສະຖານ, ອີຣານ, ວິກິດການພາຍໃນ ຢູແກຼນ, ລີບີ ແລະ ອາດຈະນັບທັງບັນຫາ ຊີຣີ ອີກດ້ວຍ. ການນຳສອງປະເທດກໍຈະປຶກສາຫາລື ກ່ຽວກັບຄວາມຄືບໜ້າເຈລະຈາສະຖຽນລະພາບຍຸດທະສາດ ແລະ ແນ່ນອນວ່າ ຈະຍົກອອກຫົວຂໍ້ປະຕິບັດຂໍ້ລິເລີ່ມຂອງ ລັດເຊຍ ກ່ຽວກັບການຈັດກອງປະຊຸມສຸດຍອດລະຫວ່າງ 5 ປະເທດສະມາຊິກ ປະຈຳການ ສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ