ວົງການເຈົ້າໜ້າທີ່ ຍີ່ປຸ່ນ, ຈີນ ເຈລະຈາຢູ່ນອກການໂອ້ລົມສົນທະນາຄວາມສະຫງົບ 2 ຝ່າຍ

(VOVWORLD) - ເຖິງວ່າຍັງມີຄວາມວິຕົກວັງວົນ ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບຂອງແຕ່ລະປະເທດກໍ່ຕາມ, ແຕ່ ຍີ່ປຸ່ນ ແລະ ຈີນ ຈະມານະພະຍາຍາມຊຸກຍູ້ບັນດາການພົວພັນ 2 ຝ່າຍ, ມຸ່ງໄປເຖິງເປົ້າໝາຍຢູ່ພາກພື້ນມີສະຖຽນລະພາບ.
ວົງການເຈົ້າໜ້າທີ່ ຍີ່ປຸ່ນ, ຈີນ ເຈລະຈາຢູ່ນອກການໂອ້ລົມສົນທະນາຄວາມສະຫງົບ 2 ຝ່າຍ - ảnh 1 ທ່ານ Takeo Akiba, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ທ່ານ ຂົງແຊວນເຢົາ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຈີນ 

ນີ້ແມ່ນທັດສະນະເປັນເອກະພາບເຊິ່ງຄະນະປະຕິບັດງານຂອງ ຍີ່ປຸ່ນ ແລະ ຈີນ ຍົກອອກມາທີ່ການໂອ້ລົມສົນທະນາຄວາມໝັ້ນຄົງລະຫວ່າງ 2 ປະເທດ ເຊິ່ງຈັດຕັ້ງຢູ່ ໂຕກຽວ. ທ່ານ Takeo Akiba, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ທ່ານ ຂົງແຊວນເຢົາ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຈີນ ພວມມີການຢ້ຽມຢາມ ໂຕກຽວ, ວັນທີ 27 ຕຸລາ ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວໃນການພົບປະຕ່າງຫາກ. ໃນການເຈລະຈາກັບທ່ານ ຂົງແຊວນເຢົາ, ທ່ານຮອງລັດຖະມົນຕີ Akiba ຖືວ່າ ຍີ່ປຸ່ນ ແລະ ຈີນ ຕ້ອງຮັກສາບັນດາການໂອ້ລົມສົນທະນາໂດຍກົງ ຍ້ອນຍັງມີຄວາມວິຕົກວັງວົນຫຼາຍຢ່າງ ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ. ເມື່ອແບ່ງປັນຄວາມເຫັນນີ້, ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຈີນ, ພ້ອມທັງເປັນທູດພິເສດຂອງຈີນ ກ່ຽວກັບບັນຫາແຫຼມເກົາຫຼີ, ຖືວ່າສອງ ປະເທດ ຕ້ອງຮັບຮູ້ເລື່ອງຂາດຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ພິເສດແມ່ນໃນຂົງເຂດການເມືອງ ແລະ ການປ້ອງກັນຄວາມສະຫງົບ, ຍ້ອນວ່າ, 2 ປະເທດຍັງຕ້ອງປະເຊີນໜ້າກັບບັນຫາໜຶ່ງທີ່ “ສັບສົນ ແລະ ສະດຸ້ງໄວ”.

 

ຕອບກັບ

ຂ່າວ/ບົດ​ອື່ນ