ວັນ Yoga ສາກົນຄັ້ງທີ 8 ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ

(VOVWORLD) - ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າຫົວຂໍ້ຂອງວັນ Yoga ປີນີ້ແມ່ນ “Yoga ເພື່ອມະນຸດ”, ເຫດການນີ້ຈະໄດ້ຮັບການເຊີດຊູໃນທົ່ວໂລກໃນວັນທີ 21 ມິຖຸນາ.
 
ວັນ Yoga ສາກົນຄັ້ງທີ 8 ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ - ảnh 1
ການຕອບສະໜອງວັນ Yoga ຢູ່ບິ່ງທ້ວນປີ 2022
(ພາບ:Đoàn Sĩ/ VOV)

ວັນທີ 13 ມິຖຸນາ, ທີ່ການປະຊຸມຂ່າວແບ່ງປັນຂໍ້ມູນຂ່າວກ່ຽວກັບວັນ Yoga ສາກົນຄັ້ງທີ 8, ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າຫົວຂໍ້ຂອງວັນ Yoga ປີນີ້ແມ່ນ “Yoga ເພື່ອມະນຸດ”, ເຫດການນີ້ຈະໄດ້ຮັບການເຊີດຊູໃນທົ່ວໂລກໃນວັນທີ 21 ມິຖຸນາ. ທ່ານເອກອັກຄະລັດຖະທູດ Pranay Verma ຢັ້ງຢືນວ່າ ພິທີສະເຫຼີມສະຫຼອງວັນ Yoga ສາກົນຄັ້ງທີ 8 ມີຄວາມໝາຍສຳຄັນສຳລັບທັງອິນເດຍ ແລະ ຫວຽດນາມ ແລະ ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນຕ່າງໆຂອງ ຫວຽດນາມ ຄື: ຮ່າໂນ້ຍ, ດ່ານັ້ງ, ຫວີງຟຸກ, ແທັງຮ໋ວາ, ກວາງນີງ, ເທື່ອທຽນ-ເຫ້ວ, ນະຄອນໂຮ່ຈີມິນ… ຢູ່ຮ່າໂນ້ຍ, ສະຖານທູດ ອິນເດຍ ຈະຈັດວັນ Yoga ສາກົນຄັ້ງທີ 8 ໃນວັນທີ 18 ມິຖຸນາ, ຢູ່ສະໜາມຫຼວງ ອະນຸສາວາລີ ເຈົ້າຊີວິດ ຫຼີທ໋າຍໂຕ໋, ເມືອງ ຮ່ວານກຽມ.

ຕອບກັບ

ຂ່າວ/ບົດ​ອື່ນ