ວັນທີ 03 ມັງກອນ, ເລີ່ມຮັບເອົາຄຳເຫັນຂອງປະຊາຊົນຕໍ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)

(VOVWORLD) -ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທັງໝົດຈະໄດ້ຮັບເອົາຄຳເຫັນຢ່າງກວ້າງຂວາງໃນໝູ່ປະຊາຊົນ, ເພື່ອເສີມຂະຫຍາຍສິດເປັນເຈົ້າ, ພູມປັນຍາ, ຄວາມສຸດຈິດສຸດໃຈຂອງປະຊາຊົນ
ວັນທີ 03 ມັງກອນ, ເລີ່ມຮັບເອົາຄຳເຫັນຂອງປະຊາຊົນຕໍ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) - ảnh 1(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ)

        ໂດຍເລີ່ມແຕ່ວັນທີ 03 ມັງກອນ ຫາວັນທີ 15 ມີນາ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທັງໝົດຈະໄດ້ຮັບເອົາຄຳເຫັນຢ່າງກວ້າງຂວາງໃນໝູ່ປະຊາຊົນ, ເພື່ອເສີມຂະຫຍາຍສິດເປັນເຈົ້າ, ພູມປັນຍາ, ຄວາມສຸດຈິດສຸດໃຈຂອງປະຊາຊົນ ໃນການເຂົ້າຮ່ວມສ້າງຮ່າງກົດໝາຍສະບັບຕ່າງໆ, ໃນນັ້ນມີກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນການປັບປຸງກົດໝາຍວ່າດ້ວຍທີ່ດິນ.

        ທີ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 18 (ແຕ່ວັນທີ 13-16 ກຸມພາ 2022), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ, ເລື່ອງຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຕ້ອງແທດຈິງ, ບັນລຸປະສິດທິຜົນ.

        ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະເໜີເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ