ວັນບຸນການທ່ອງທ່ຽວຮ່າໂນ້ຍ 2026 ສ້າງຂີດໝາຍດ້ວຍຫຼາຍຈຸດໃໝ່
(VOVWORLD) - ວັນບຸນມີການເຂົ້າຮ່ວມຂອງບັນດາແຂວງ, ນະຄອນຄື: ແຄ້ງຮວ່າ, ທ້າຍງວຽນ, ບັກນິງ, ຕວຽນກວາງ, ເງະອານ, ຢາລາຍ, ກ໋ວາງນິງ ອັດໄດ້ສ້າງການລົງຄົ້ນຫາຕົວຈິງທີ່ດູດດື່ມກ່ຽວກັບການທ່ອງທ່ຽວ, ອາຫານການກິນ ຂອງບັນດາທ້ອງຖິ່ນ.
ວັນບຸນການທ່ອງທ່ຽວ ຮ່າໂນ້ຍ 2026 (ພາບ: VOV5) |
ຕອນຄ່ຳວັນທີ 15 ມີນາ, ຢູ່ສວນສາທາລະນະ ໂທ້ງເຍິດ, ວັນບຸນການທ່ອງທ່ຽວ ຮ່າໂນ້ຍ 2026 ໄດ້ອັດລົງພາຍຫຼັງຈັດຕັ້ງເປັນເວລາ3 ວັນ. ວັນບຸນທ່ອງທ່ຽວຮ່າໂນ້ຍ 2026 ໄດ້ສ້າງສະຖານທີ່ໂຄສະນາ, ເຊື່ອມຕໍ່ ແລະ ລົງຄົ້ນຫາຕົວຈິງດ້ານວັດທະນະທຳ, ການທ່ອງທ່ຽວພົ້ນເດັ່ນຂອງນະຄອນຫຼວງຮ່າໂນ້ຍ, ພ້ອມທັງເປີດກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນ ແລະ ວິສາຫະກິດທ່ອງທ່ຽວແນະນຳຜະລິດຕະພັນໃໝ່, ເພີ່ມທະວີການຮ່ວມມືພັດທະນາການທ່ອງທ່ຽວແບບຍືນຍົງ. ວັນບຸນໄດ້ຈັດຂຶ້ນຕາມຮູບແບບສະຖານທີ່ເປີດ, ສີຂຽວ ແລະ ໃກ້ຊິດກັບທຳມະຊາດ, ເພີ່ມທະວີບັນດາການເຄື່ອນໄຫວລົງຄົ້ນຫາຕົວຈິງໂດຍກົງຄື: ການສະແດງໝູ່ບ້ານອາຊີບ, ຊິມຊາ, ຮັບປະທານອາຫານ ແລະ ພົນປະແລກປ່ຽນວັດທະນະທຳ. ວັນບຸນມີການເຂົ້າຮ່ວມຂອງບັນດາແຂວງ, ນະຄອນຄື: ແຄ້ງຮວ່າ, ທ້າຍງວຽນ, ບັກນິງ, ຕວຽນກວາງ, ເງະອານ, ຢາລາຍ, ກ໋ວາງນິງ ອັດໄດ້ສ້າງການລົງຄົ້ນຫາຕົວຈິງທີ່ດູດດື່ມກ່ຽວກັບການທ່ອງທ່ຽວ, ອາຫານການກິນ ຂອງບັນດາທ້ອງຖິ່ນ.