ວັນ​ປອດ​ໄພ​ດ້ານຂໍ້​ມູນ ຫວຽດ​ນາມ: ຮ່ວມ​ແຮ່ງ​ຮ່ວມ​ໃຈ​ປົກ​ປ້ອງ​ປະ​ຊາ​ຊົນ​ ແລະ ວິ​ສາ​ຫ​ະ​ກິດ

(VOVWORLD) -ກອງປະຊຸມສຳມະນາ - ງານວາງສະແດງສາກົນ “ວັນປອດໄພຂໍ້ມູນ ຫວຽດນາມ ປີ 2022”, ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈປົກປ້ອງຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນການຫັນເປັນດີຈີຕອນ”ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ. 
ວັນ​ປອດ​ໄພ​ດ້ານຂໍ້​ມູນ ຫວຽດ​ນາມ: ຮ່ວມ​ແຮ່ງ​ຮ່ວມ​ໃຈ​ປົກ​ປ້ອງ​ປະ​ຊາ​ຊົນ​ ແລະ ວິ​ສາ​ຫ​ະ​ກິດ - ảnh 1ກອງປະຊຸມສຳມະນາ - ງານວາງສະແດງສາກົນ “ວັນປອດໄພຂໍ້ມູນ ຫວຽດນາມ ປີ 2022”
(ພາບ: dangcongsan.vn)

ໃນປີນີ້, ສະມາຄົມ ຄວາມປອດໄພຂໍ້ມູນຂ່າວສານ ຫວຽດນາມ (VNISA), ກົມຄວາມປອດໄພດ້ານຂໍ້ມູນ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ) ພ້ອມກັບບັນດານັກຊ່ຽວຊານຄວາມປອດໄພດ້ານຂໍ້ມູນຂ່າວສານ ໄດ້ແບ່ງປັນບັນດາມາດຕະການປະກອບສ່ວນເຂົ້າໃນການປ້ອງກັນຄວາມປອດໄພ ດ້ານຂໍ້ມູນທີ່ດີກວ່າໃຫ້ແກ່ຜູ້ທີ່ນຳໃຊ້ອິນເຕີແນດຈົນຮອດ 7 ຊົ່ວໂມງ/ວັນ. ທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມເນັ້ນໜັ້ກວ່າ:

ການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ຄວາມປອດໄພໃຫ້ແກ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນໃນອິນເຕີແນັດ ແມ່ນຄວາມຮັບຜິດຊອບ ແລະ ເປັນເຈົ້າການເຂົ້າຮ່ວມຂອງບັນດາສຳນັກງານ, ອົງການຈັດຕັ້ງ ແລະ ປະຊາຊົນ. ດ້ວຍຫຼັກການແມ່ນໃນສະພາບຕົວຈິງແນວໃດ ອິນເຕີແນດ ຈະເປັນຄືແນວນັ້ນ, ທາງກະຊວງໄດ້ຊີ້ນຳກົມປອດໄພດ້ານຂໍ້ມູນຂ່າວສານ ພ້ອມກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຜັນຂະຫຍາຍຫຼາຍມາດຕະການຢ່າງຂ້ຽວຂາດ. ໃນໄລຍະຈະມາເຖິງ, ກະຊວງຈະພ້ອມກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບກໍ່ສ້າງພື້ນຖານຂໍ້ມູນແບບເຕົ້າໂຮມ ແລະ ອັບເດດເປັນປະຈຳ, ເພື່ອໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ສາມາດເຂົ້າຂຸດຄົ້ນ, ປະກອບຂໍ້ມູນຕື່ມອີກ ແລະ ພ້ອມກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບສະກັດກັ້ນບັນດາເວັບໄຊຫຼອກລວງທາງອອນໄລຢ່າງທັນການ.

ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານສັງລວມກ່ຽວກັບຍຸດທະສາດຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດແຫ່ງຊາດ, ເປັນເຈົ້າການໃນການຮັມມື ກັບບັນດາສິ່ງທ້າທາຍຈາກອິນເຕີແນັດ ຮອດປີ 2025, ວິໄສທັດຮອດປີ 2030, ຄວາມປອດໄພດ້ານຂໍ້ມູນຂ່າວສານໃນການຫັນເປັນດີຈີຕອນ - ສິ່ງທ້າທາຍ  ແລະ ມາດຕະການ…

ຕອບກັບ

ຂ່າວ/ບົດ​ອື່ນ