ວັນວັດທະນະທຳຫວຽດນາມຢູ່Romeດຳເນີນໄປຢ່າງຟົດຟື້ນ

ວັນວັດທະນະທຳຫວຽດນາມຢູ່Romeດຳເນີນໄປຢ່າງຟົດຟື້ນ - ảnh 1
ການສະ​ແດງ​​​​ແຟ​ຊັນ​ຂອງ​ຫວຽດນາມ
(ພາບ: vietnamplus.vn)


​(vovworld) – “ວັນ​ວັດທະນະທຳ​ຫວຽດນາມ ​ຢູ່ Rome” ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 24/06, ຢູ່​ຫໍພິພິດ​ຕະພັນ Mercato di Traiano, ນະຄອນຫຼວງ Rome, ປະ​ເທດ​ອີຕາ​ລີ, ດ້ວຍ​ການສະ​ແດງ​​​​ແຟ​ຊັນ​ຂອງ​ຫວຽດນາມ, ອີ​ຕາ​ລີ ​ແລະ ງານ​ມະ​ໂຫລານ​ອາຫານການ​ກິນ​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່າ​ນ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາບ​ຂອງ​ຫວຽດນາມ ​ແມ່ນ​ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ໃຫ​້ນັບ​ມ​ື້ນັບ​​ເຂົ້າ​ສູ່​ລວງ​ເລິກ, ​​ແທດ​ຈິງ ​ແລະ ມີ​ປະສິດ​ທີ​ຜົນ​ກວ່າ​ອີກ, ​ເພື່ອ​ການ​ພັດທະນາ​ລວມຂອງ 2 ປະ​ເທດ… ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້​ຮູ້​ວ່າ, ຄວາມສາມາດບົ່ມຊ້ອນ, ທ່າ​ແຮງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດຍັງ​ໃຫຍ່​ຫຼວງ​ຢູ່, ຍາມ​ໃດ​ຫວຽດນາມ ​ກໍ່​ຖື​ເປັນ​ສຳຄັນ​ຊຸກ​ຍູ​້ການ​ພົວພັນ​ຮ່ວມ​ມື​ກັບ​ອີ​ຕາ​ລີ ​ໃນ​ຫຼາຍ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ…

      “ວັນ​ວັດທະນະທຳ​ຫວຽດນາມ ​ຢູ່ Rome” ​ແມ່ນ​​ເຫດກາ​ນນອນ​​ໃນ​ບັນດາ​ລາຍການ​ບັນດາ​ຊຸມ​ວັນ​ຫວຽດນາມ ຢູ່​ອີ​ຕາ​ລີ, ​ໂດຍ​ສະຖານທູດ​ຫວຽດນາມ, ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ Rome ຈັດ​ຕັ້ງ ​ເພື່ອ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ, ມະນຸດ ​ແລະ ວັດທະນະທຳ​ຫວຽດນາມ ​ເຖິງ​ເພື່ອນ​ມິດ​ອີ​ຕາ​ລີ ​ແລະ ປະ​ເທດ​ຕ່າງໆ.

ຂ່າວ/ບົດ​ອື່ນ