ວັນ​ອຸ​ຕຸ​ນິ​ຍົມ​ໂລກ 23 ມີ​ນາ: ຮັບ​ປະ​ກັນ​ບັນ​ດາ​ເປົ້າ​ໝາຍ​ຂອງ​ທົ່ວ​ໂລກ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ

(VOVWORLD) - ຕອນເຊົ້າວັນທີ 23 ມີນາ, ຢູ່ນະຄອນ ຮວ່າບິ່ງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮວ່າບິງ ຈັດພິທີປຸກລະດົມແຫ່ງຊາດ ຕອບສະໜອງວັນແຫຼ່ງຊັບພະຍາກອນນ້ຳລະດັບໂລກ (22/3), ວັນອຸຕຸນິຍົມໂລກ (23/3) ແລະ ບັ້ນເຄື່ອນໄຫວມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ ປີ 2023.
ວັນ​ອຸ​ຕຸ​ນິ​ຍົມ​ໂລກ 23 ມີ​ນາ: ຮັບ​ປະ​ກັນ​ບັນ​ດາ​ເປົ້າ​ໝາຍ​ຂອງ​ທົ່ວ​ໂລກ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ - ảnh 1ພິທີປຸກລະດົມ (ພາບ: VGP)

ທີ່ພິທີປຸກລະດົມ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວໍຕວັນເຍິນ ໃຫ້ຮູ້ວ່າ ຫົວຂໍ້ຂອງວັນແຫຼ່ງຊັບພະຍາກອນນ້ຳລະດັບໂລກແມ່ນ “ຊຸກຍູ້ການປ່ຽນແປງ”; ວັນອຸຕິນິຍົມໂລກແມ່ນ “ຂໍ້ມູນກ່ຽວກັບດິນຟ້າອາກາດ ແລະ ຊັບພະຍາກອນນ້ຳ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມແບບຍືນຍົງເພື່ອວັນນີ້ ແລະ ອະນາຄົດ” ແລະ ຫົວຂໍ້ຂອງບັ້ນເຄື່ອນໄຫວມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2023 ແມ່ນ “ຈຸດເວລາສຳຄັນສຳລັບໜ່ວຍໂລກ”. 3 ຫົວຂໍ້ດັ່ງກ່າວ ມີຄວາມສຳພັນກັນຢ່າງແໜ້ນແຟ້ນທາງດ້ານສິ່ງແວດລ້ອມ - ຊັບພະຍາກອນ - ລະບົບນິເວດ. ໂດຍໄດ້ເນັ້ນໜັກວ່າ ນີ້ແມ່ນຈຸດເວລາຕ້ອງປ່ຽນແປງເພື່ອຮັບປະກັນບັນດາເປົ້າໝາຍຂອງທົ່ວໂລກກ່ຽວກັບດິນຟ້າອາກາດ ແລະ ຊັບພະຍາກອນນ້ຳ, ການປ່ຽນແປງຂອງດິນຟ້າອາກາດ; ຮຽກຮ້ອງໃຫ້ຮ່ວມມືພ້ອມກັນເຄື່ອນໄຫວ, ສະແດງບົດບາດ ແລະ ຄວາມຮັບຜິດຊອບຕໍ່ຜົນກະທົບຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ.


ຕອບກັບ

ຂ່າວ/ບົດ​ອື່ນ