ວັນອົບພະຍົບສາກົນ 18 ທັນວາ: ໄວໜຸ່ມພ້ອມກັນມີການກະທຳມຸ່ງໄປສູ່ອະນາຄົດທີ່ຕັ້ງໜ້າກວ່າ

(VOVWORLD) - ການເຄື່ອນໄຫວໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກບັນດາອົງການລັດຖະບານ, ອົງການການທູດ, ອົງການຈັດຕັ້ງສາກົນ ແລະ ຊາວໜຸ່ມກວ່າ 200 ຄົນໃນບໍລິເວນນະຄອນ ຮ່າໂນ້ຍ.
ວັນອົບພະຍົບສາກົນ 18 ທັນວາ: ໄວໜຸ່ມພ້ອມກັນມີການກະທຳມຸ່ງໄປສູ່ອະນາຄົດທີ່ຕັ້ງໜ້າກວ່າ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: IOM Vietnam)

        ວັນທີ 18 ທັນວາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) - ອົງການອົບພະຍົບຂອງສະຫະປະຊາຊາດ, ສົມທົບກັບສູນກາງຄະນະຊາວໜຸ່ມຈັດການໂອ້ລົມສົນທະນາ “ໜັງສືຜ່ານແດນໄປຍັງອະນາຄົດ: ສ້າງການປ່ຽນແປງຢ່າງຕັ້ງໜ້າ ແລະ ເພີ່ມພູນຄູນສ້າງກາລະໂອກາດໃຫ້ຊາວໜຸ່ມ". ການເຄື່ອນໄຫວໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກບັນດາອົງການລັດຖະບານ, ອົງການການທູດ, ອົງການຈັດຕັ້ງສາກົນ ແລະ ຊາວໜຸ່ມກວ່າ 200 ຄົນໃນບໍລິເວນນະຄອນ ຮ່າໂນ້ຍ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຜົນກະທົບຈາກການຫັນເປັນທົ່ວໂລກ ແລະ ການໄປອົບພະຍົບຂອງໄວໜຸ່ມ.

        ຕາມກົມໃຫຍ່ສະຖິຕິແລ້ວ, ຈຳນວນຊາວ ຫວຽດນາມ ອົບພະຍົບໄປຕ່າງປະເທດກວມເອົາເກືອບ 9% ປະຊາກອນ ແລະ ການອົບພະຍົບຢູ່ພາຍໃນປະເທດແມ່ນກວ່າ 7% ຈຳນວນພົນລະເມືອງ, ໃນນັ້ນເປັນຕົ້ນແມ່ນຊາວໜຸ່ມ. ເພື່ອແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກເຊິ່ງຊາວໜຸ່ມຕ້ອງປະເຊີນໜ້າໃນວິວັດການອົບພະຍົບນັ້ນ, ບັນດາຜູ້ແທນສະເໜີເພີ່ມທະວີການລົງທຶນເຂົ້າໃນການຖ່າຍທອດທັກສະ ແລະ ຄວາມຮູ້, ຊ່ວຍໃຫ້ເຈົາເຂົ້າມີເຄື່ອງມືທີ່ຈຳເປັນເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ