ວິສາຫະກິດ ດ່າໜັງ ຜ່ານຜ່າຄວາມຫຍຸ້ງຍາກໃນສະພາບເຊື້ອ nCoV ລະບາດ

(VOVWORLD) -  ເຊື້ອພະຍາດອັກເສບປອດເກີດຈາກເຊື້ອສາຍພັນໃໝ່ໄວຮັດໂຄໂຣນາ ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫລວງຕໍ່ການຜະລິດ, ດຳເນີນທຸລະກິດຂອງປະຊາຄົມວິສາຫະກິດ ດ່າໜັງ, ເປັນຕົ້ນແມ່ນບັນດາວິສາຫະກິດສຳຜັດກັບຕະຫລາດ ຈີນ. 
ວິສາຫະກິດ ດ່າໜັງ ຜ່ານຜ່າຄວາມຫຍຸ້ງຍາກໃນສະພາບເຊື້ອ nCoV ລະບາດ - ảnh 1 ວິສາຫະກິດ ດ່າໜັງ ຜ່ານຜ່າຄວາມຫຍຸ້ງຍາກໃນສະພາບເຊື້ອ nCoV ລະບາດ

ຕັ້ງໜ້າຮ່ວມແຮງຮ່ວມໃຈປ້ອງກັນ, ຄວບຄຸມເຊື້ອພະຍາດ, ຮັກສາສຸຂະພາບຂອງຊາວຜູ້ອອກແຮງງານ, ບັນດາວິສາຫະກິດຢູ່ ດ່າໜັງ ໄດ້ເປັນເຈົ້າການໃນການຊອກຫາຕະຫລາດໃໝ່, ຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ. ປັດຈຸບັນ, ຢູ່ນະຄອນ ດ່າໜັງ ມີວິສາຫະກິດທີ່ມີເງິນທຶນຈາກຕ່າງປະເທດ 130 ແຫ່ງພວມເຄື່ອນໄຫວໃນບັນດາເຂດອຸດສາຫະກຳ. ທ່ານ ຟ້າມເຈື່ອງເຊີນ, ຫົວໜ້າຄະນະຄຸ້ມຄອງເຂດເຕັກໂນໂລຊີສູງ ແລະ ບັນດາເຂດອຸດສາຫະກຳ ດ່າໜັງ ໃຫ້ຮູ້ວ່າ ສະພາບເຊື້ອພະຍາດໄດ້ສົ່ງຜົນສະທ້ອນເຖິງການຜະລິດດຳເນີນທຸລະກິດຂອງວິສາຫະກິດ. ຄະນະຄຸ້ມຄອງໄດ້ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ໜູນຊ່ວຍວິສາຫະກິດຊອກຫາຄູ່ຮ່ວມມື, ຕະຫລາດໃໝ່ ເພື່ອແທນໃຫ້ບັນດາຕະຫລາດຖືກຜົນສະທ້ອນຈາກເຊື້ອ nCoV. ທ່ານກ່າວວ່າ:

        “ພວກຂ້າພະເຈົ້າຈະສືບຕໍ່ຜັນຂະຫຍາຍໂຄງການສົ່ງເສີມການລົງທຶນ, ໜູນຊ່ວຍໃຫ້ບັນດາວິສາຫະກິດ, ສືບຕໍ່ລົງມືກໍ່ສ້າງໂຄງການໃໝ່. ພວກຂ້າພະເຈົ້າຈະສືບຕໍ່ເຮັດວຽກກັບບາງນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ, ສະເໜີໃຫ້ເຂົາເຈົ້າກ້າວໄປເຖິງການສ້າງຕັ້ງບັນດາຮາກຖານຜະລິດຢູ່ບັນດາເຂດອຸດສາຫະກຳ, ເຂດເຕັກໂນໂລຊີສູງ. ບັນດາວິສາຫະກິດກໍ່ມີວິທີການປ່ຽນແທນ ເພື່ອເຮັດແນວໃດຮັບປະກັນໄດ້ການເຄື່ອນໄຫວຜະລິດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ