ວິ​ສາ​ຫະ​ກິດ ຫ​ວຽດ​ນາມ ​ຍາດ​ແຍ່ງ​ກາ​ລະໂອ​ກາດທີ່​ໄດ້​ຮັບ​ຈາກ CPTPP

(VOVWORLD) - CPTPP ໄດ້ນຳມາເຊິ່ງບັນດາກາລະໂອກາດໃຫ້ແກ່ວິສາຫະກິດ, ປ່ຽນແປງສະພາບການບໍລິການ, ໂດຍສະເພາະແມ່ນບັນດາບໍລິການໃຫ້ແກ່ການຜະລິດ.
ວິ​ສາ​ຫະ​ກິດ ຫ​ວຽດ​ນາມ ​ຍາດ​ແຍ່ງ​ກາ​ລະໂອ​ກາດທີ່​ໄດ້​ຮັບ​ຈາກ CPTPP - ảnh 1ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການ ສູນ WTO ແລະ ການເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ(ພາບ: TTXVN) 

ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນ ໂຮ່ຈິມິນ, ໄດ້ດຳເນີນກອງປະຊຸມສຳມະນາ “CPTPP, ກາລະໂອກາດທີ່ໄດ້ຮັບຈາກສັນຍາລຸ່ນໃໝ່ ແລະ ມີຄຸນນະພາບສູງ”. ທີ່ກອງປະຊຸມ, ມີນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານຖືວ່າ: ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ - CPTPP ດ້ວຍບັນດາຄຳໝັ້ນສັນຍາຫຼຸດຜ່ອນອັດຕາພາສີ, ເປີດປະຕູໃຫ້ແກ່ການບໍລິການ, ການລົງທຶນ, ການຈຳໜ່າຍນັ້ນ, ກາລະໂອກາດໃຫ້ແກ່ ວິສາຫະກິດ ຫວຽດນາມໃນການເປີດກ້ວາງຕະຫຼາດທັງຢູ່ໃນ 7 ປະເທດທີ່ເຂົ້າຮ່ວມສັນຍາ ແລະນັບທັງປະເທດອື່ນໆແມ່ນໃຫຍ່ຫຼວງ. ຢ່າງໃດກໍ່ຕາມ, ສິ່ງສຳຄັນທີ່ສຸດແມ່ນຕ້ອງກຳແໜ້ນບັນດາຫຼັກການຂອງສັນຍາດັ່ງກ່າວເພື່ອທັງສາມາດຕອບສະໜອງໄດ້ທັງນຳໃຊ້ບັນດາໂອກາດດັ່ງກ່າວໄດ້ດີ່ທີສຸດໃຫ້ແກ່ການຜະລິດ, ການດຳເນີນທຸລະກິດຂອງຕົນ. ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການ ສູນ WTO ແລະ ການເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ: CPTPP ໄດ້ນຳມາເຊິ່ງບັນດາກາລະໂອກາດໃຫ້ແກ່ວິສາຫະກິດ, ປ່ຽນແປງສະພາບແວດລ້ອມການບໍລິການ, ໂດຍສະເພາະແມ່ນບັນດາບໍລິການໃຫ້ແກ່ການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ