ວິສາຫະກິດສ້າງຕັ້ງໃໝ່ເພີ່ມຂຶ້ນບັນລຸລະດັບສະຖິຕິໃນປີ2016

ວິສາຫະກິດສ້າງຕັ້ງໃໝ່ເພີ່ມຂຶ້ນບັນລຸລະດັບສະຖິຕິໃນປີ2016 - ảnh 1
ພາບ​ປະ​ກອບ

(vovworld) - ຕາມ​ກົມ​ຄຸ້ມ​ຄອງ​ການຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ, ​ຂຶ້ນ​ກັບກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​​ແລ້ວ, ໃນ​ປີ 2016, ຍອ​ດ​ຈຳ​ນວນ​ວິ​ສາ​ຫະ​ກິດ​​ສ້າງ​ຕັ້ງໃໝ່ ແລະ ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​​ໃນທົ່ວ​ປະ​ເທດ​ບັນ​ລຸ​ເກືອບ 140.800 ແຫ່ງ, ໃນ​ນັ້ນ​ມີ​ວິ​ສາ​ຫະ​ກິດ​ກ່​ວາ 110.000 ແຫ່ງ​ໄດ້​ສ້າງ​ຕັ້ງ​ໃໝ່. ຈຳ​ນວນ​ເງິນ​ຈົດ​ທ​ະ​ບຽນ​ເກືອບ 900.000 ຕື້​ດົ່​ງ, ເພິ່ມ​ຂຶ້ນ​ທັງ​ດ້ານ​ຈ​ຳ​ນວນ​ວິ​ສາ​ຫະ​ກິດ ແລະ ຈຳ​ນວນ​​ທຶນ​ຈົດ​ທະ​ບຽນ​ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ຈຳ​ນວນ​ວິ​ສາ​ຫະ​ກິດ​ເພີ່ມ​ຂຶ້ນສູງ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ແລະ ເປັນ​ຄັ້ງ​ທຳ​ອິດ​ທີ່ ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ​ກ່​ວາ 100.000 ແຫ່ງ​ສ້າງ​ຕັ້ງ​ໃນ​ເວ​ລາ​ໜຶ່ງ​ປີ.

        ຕາມ​ທ່ານ ຫວ​ູ​ຕ໋ຽນ​ລົກ, ປະ​ທານ​ຫ້ອງ​ການກ​ານ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມແລ້ວ, ​ຈຳ​ນວນ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃໝ່ ແລະ ກັບ​ຄືນ​ສູ່​ການດຳ​ເນີນ​ທຸ​ລະ​ກິດ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ແມ່ນ​ໝາກ​ຜົນ​ຂອງ​ບັນ​ດາ​ການ​ຊີ້​ນຳ, ການ​ກຳ​ນົດ​ທິດ​ຂອງ​ລັດ​ຖະ​ບານ​ໃນ​ປີ 2016, ໄດ້​ຫັນ​ເປັນ​ລະ​ອຽດ​​ຢູ່​ບັນ​ດາ​ຂັ້ນ, ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນຕ່າງໆ:

        “ລັດ​ຖະ​ບານ​ໄດ້​ເລີ່​ມ​ເຄື່ອນ​ໄຫວໂຄງ​ການ​​ກະ​ທຳ​​ແທດຈິງທີ່​ສຸດ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ. ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕັ້ງ​ໜ້າ​ຄື​ແນວ​ນັ້ນ, ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ພວມ​ໄດ້​​ຮັບ​ການ​ເຄື່ອນ​ໄຫວ. ປີນີ້ ແມ່ນ​ປີ​ທຳ​ອິດ​ທີ່​ພວກ​ເຮົາ​ມີ​ຈຳ​ນວນ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃໝ່ຫຼາຍ​ທີ່​ສຸດ ແລະ ບັນ​ດາ​ດັດ​ຊະ​ນີ​ການ​ຈັດ​ອັນ​ດັບ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​​ລົງ​ທຶນດຳ​ເນີນ​ທຸ​ລະ​ກິດ, ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຕາມ​​ການ​ຈັດອັນ​ດັບ​ຂອງ​ທະ​ນາ​ຄານ​ໂລກ ແລະ ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ລ້ວນ​ແຕ່​​ເພີ່ມ​ຂຶ້​ນ. ສຳ​ຄັນ​ທີ່​ສຸດ​ແມ່ນ​ຄວາມ​ໄວ້​ວາງ​ໃຈ ​ຕໍ່ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ປະ​ຊາ​ຊົນ​ເຄື່ອນ​ໄຫວ ແລະ ວິ​ສາ​ຫະ​ກິດ​​ມີ​ຄວາມໄດ້​ກັບ​ຄືນ​ມາ ແລະ ວິ​ສາ​ຫະ​ກິດ​ຫ້າວ​ຫັນ​​ຢາກ​ລົງ​ທຶນ​ເຂົ້າ​​ໃນການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ.”


ຂ່າວ/ບົດ​ອື່ນ