ວິສາຫະກິດຫວຽດນາມ ມຸ່ງໄປເຖິງການບັນລຸ ມາດຖານສາກົນເພື່ອ ເຊື່ອມໂຍງເຂົ້າກັບສາກົນ


ວິສາຫະກິດຫວຽດນາມ ມຸ່ງໄປເຖິງການບັນລຸ ມາດຖານສາກົນເພື່ອ ເຊື່ອມໂຍງເຂົ້າກັບສາກົນ - ảnh 1

ທ່ານປະທານ VCCI ຫວຸ້ຕຽນໂລກ

(ພາບ: laodong.com.vn )

(vovworld)- ​ ​ ຕອບ​ສຳພາດ​ຕໍ່​ນັກຂ່າວ VOV ​ຫວ່າງ​ມໍ່​ໆ​ມາ​ນີ້, ທ່ານ​ຫວຸ້ຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽ​ດນາມ (VCCI) ​ໃຫ້​ຮູ້​ວ່າ: ປີ 2014, ​ເບິ່ງ​ລວມ​ແລ້ວ, ພື້ນຖານ​ເສດຖະກິດ​ຫວຽດນາມ ມີ​ຫຼາຍ​ສັນຍານ​ອັນຕັ້ງໜ້າ ສະ​ແດງ​ໃຫ້​ເຫັນ​ຢູ່​ບ່ອນ​ວ່າ: GDP ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ແລະ ​ເພີ່ມ​ຂຶ້ນ​ດ້ວຍ​ລະດັບ​ສູງ​ພໍ​ສົມຄວນ​ໃນ​ສະພາບ​ການ​ປະຈຸ​ບັນ​ບັນລຸ 5,8%.

   ຕາມ​ທ່ານ​ປະທານ VCCI, ປີ 2015, ຈະ​ມີ​ສັນຍາ​ການ​ຄ້າ​ເສລີ​ຫຼາຍ​ສະບັບ​ໄດ້​​ຮັບ​ການ​ລົງ​ນາມລະຫວ່າງ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື. ບັນດາ​ສັນຍາ​ນີ້​ຈະ​ສ້າງ​ກຳລັງ​ໜູນ​ເພື່ອ​ຊຸກຍູ້ວິວັດ​ການ​ປ່ຽນ​ໃໝ່​ລະບອບ​ເສດຖະກິດ​ຢູ່​ຫວຽດນາມ ຢ່າງ​ໄວວາ; ບັນດາ​ຜະລິດ​ຕະພັນ, ສິນຄ້າ​ຂອງ​ຫວຽດນາມ ຈະ​ມີ​ເງື່ອ​ນ​ໄຂ​ແຊກ​ຊືມ​ເຂົ້າຕະຫຼາດ​ໃຫ່ຍອັນ​ດັບ​ 1 ​ໃນ​ໂລກ​ດ້ວຍ​ອັດຕາ​ພາສີ​ອາກອນ​ສ່ວນ​ຫຼາຍ​ແມ່ນ​ 0% ດ້ວຍ​ການ​ຫລຸດຜ່ອນ​ຮົ້ວກີດຂວາງ​ໃນ​ລະດັບ​ຕ່ຳ​ສຸດ. ພິ​ເສດ, ຫວຽດນາມ ມີ​ເງື່ອນ​ໄຂ​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງຕະຫຼາດ​ອາ​ເມ​ລິ​ກາ, ​ເອີ​ລົບ, ຍີ່ປຸ່ນ, ສ.​ເກົາຫຼີ, ບັນດາ​ປະ​ເທດອາ​ຊຽນ, ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກ​ສະຖານ:

  “ບາງຂົງເຂດດຳເນີນທຸລະກິດມີຜົນປະໂຫຍດຕົ້ນຕໍຂອງຫວຽດນາມ, ພິເສດແມ່ນເຄື່ອງຕ່ຳແຜ່ນຕັດຫຍີບ, ​ເກີບ, ຜະລິດຕະພັນກະເສດມີເງື່ອນໄຂແຊກຊືມເຂົ້າຕະຫຼາດນີ້ຢ່າງສະດວກສະບາຍກ່ວາ. ການເຄື່ອນໄຫວຜະລິດດຳເນີນທຸລະກິດທັງໝົດຂອງຫວຽດນາມ ຕ້ອງມີມາດຖານສາກົນ, ຖ້າບໍ່ບັນລຸໄດ້ມາດຖານສາກົນພວກເຮົາຈະບໍ່ສາມາດແຊກຊືມເຂົ້າຕະຫຼາດຂອງບັນດາປະເທດ​​ໄດ້ພັດທະນາ“./.

ຂ່າວ/ບົດ​ອື່ນ