ວິສາຫະກິດຫວຽດນາມ ແລະ ມາເລເຊຍ ຊຸກຍູ້ການຮ່ວມມື

(VOVWORLD) -VMBIZ ແລະ BOCGB ລົງນາມໃນ MOU ໄດ້ສ້າງບາດກ້າວເປີດສາກທີ່ສະດວກ, ແຕ່ 2 ຝ່າຍຄວນປະຕິບັດການຫັນແນວຄວາມຄິດໃຫ້ປະກົດຜົນເປັນຈິງ

ວິສາຫະກິດຫວຽດນາມ ແລະ ມາເລເຊຍ ຊຸກຍູ້ການຮ່ວມມື - ảnh 1 ພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU)

(ພາບ: Bnews/TTXVN)

ວັນທີ 20 ທັນວາ, ສະມາຄົມວິສາຫະກິດຫວຽດນາມ ປະຈຳມາເລເຊຍ (VMBIZ) ແລະ ກຸ່ມບໍລິສັດການເງິນ Blue Ocean (BOCGB) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ເພື່ອແນໃສ່ຊຸກຍູ້ການຮ່ວມມື, ແລກປ່ຽນ ແລະ ຮ່ວມສຳພັນລະຫວ່າງວິສາຫະກິດຫວຽດນາມ ແລະ ມາເລເຊຍ. ຕາມນັ້ນແລ້ວ, VMBIZ ແລະ BOCGB ໄດ້ເຫັນດີສ້າງພື້ນຖານ ແລະ ສະພາບແວດລ້ອມແຫ່ງການຮ່ວມມືດຳເນີນທຸລະກິດ, ຈັດຕັ້ງເຫດການເພື່ອໃຫ້ນັກທຸລະກິດ ແລະ ວິສາຫະກິດຂອງ 2 ປະເທດພົບປະກັນ, ຊອກຫາກາລະໂອກາດທີ່ມີຄວາມສາມາດບົມຊ້ອນ, ລະດົບແຫຼ່ງກຳລັງໃຫ່ບັນດາໂຄງການລົງທຶນທີ່ມີປະສິດທິຜົນສູງ; ໜູນຊ່ວຍການສະໜອງຂໍ້ມູນກ່ຽວກັບໂຄງການ, ຕະຫຼາດ, ກຳແໜ້ນກາລະໂອກາດລົງທຶນ, ດຳເນີນທຸລະກິດໃຫ້ເປັນຢ່າງດີ ບໍ່ພຽງແຕ່ຢູ່ 2 ປະເທດເທົ່ານັ້ນ, ຫາກຍັງຢູ່ພາກພື້ນ ກໍຄືໃນໂລກອີກດ້ວຍ.

        ກ່າວຄຳເຫັນທີ່ພິທີລົງນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ເຈິ່ນຫວຽດທ໊າຍ ໃຫ້ຮູ້ວ່າ, VMBIZ ແລະ BOCGB ລົງນາມໃນ MOU ໄດ້ສ້າງບາດກ້າວເປີດສາກທີ່ສະດວກ, ແຕ່ 2 ຝ່າຍຄວນປະຕິບັດການຫັນແນວຄວາມຄິດໃຫ້ປະກົດຜົນເປັນຈິງ ດ້ວຍບັນດາໂຄງການຮ່ວມມື, ດຳເນີນທຸລະກິດ, ລົງທຶນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ