ວິສາຫະກິດຫວຽດນາມໜູນຊ່ວຍການສຶກສາ,ບຳລຸງສ້າງໃຫ້ໂມຊຳບິກ

ວິສາຫະກິດຫວຽດນາມໜູນຊ່ວຍການສຶກສາ,ບຳລຸງສ້າງໃຫ້ໂມຊຳບິກ - ảnh 1
​ພິ​ທີມອບໂອນ​ຊອບ​ແວ M-Escola
(ພາບ: TTXVN)


(vovworld) - ບໍ​ລິ​ສັດ Movitel, ຮ່ວມ​ທຸ​ລະ​ກິດ​ຂອງ​ກຸ່ມບ​ໍ​ລິ​ສັດ Viettel, ຫວ່າງ​ແລ້ວນີ້​ໄດ້ຈັດ​ພິ​ທີມອບໂອນ​ຊອບ​ແວ M-Escola ເພື່ອ​ແນ​ໃສ່​ຍົກ​ສູງຄຸນ​ນະ​ພາບ​ການ​ສອນ ແລະ ຮ່ຳ​ຮຽນ​ໃຫ້​ລະ​ບົບ​ບັນ​ດາ​ໂຮງ​ຮຽນມັດ​ທະ​ຍົມ​ຕອ​ນ​ປາຍຢູ່​ໂມ​ຊຳ​ບິກ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມ​ອບ​ໂອນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວ​ຽດ​ນາມ ປະ​ຈຳ​ໂມ​ຊຳ​ບິກ​ ຫງວຽນ​ວັນ​ຈຸງ, ຢືນ​ຢັນ​ວ່າ, ​ແຜນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ແມ່ນ​ສົ່ງ​ເສີມບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ຕະ​ຫຼາດ ໂມ​ຊຳ​ບິກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ຈ​ຸງ ສະ​ເໜີ​ໃຫ້​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງຄວາມ​ຮັບ​ຜິ​ດ​ຊອບຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ​ຕົນ​ສຳ​ລັບ​ປະ​ເທດ​ປະ​ຈ​ຳ​ຖິ່ນ.

ຂ່າວ/ບົດ​ອື່ນ