ວິ​ສາ​ຫະ​ກິດ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ​ໃໝ່​ເພື່ອ​ຫັນ​ເປັນ​ສີ​ຂຽວ

(VOVWORLD) - ໄລ່ຮອດກາງເດືອນກຸມພາ, ວົງເງິນການສົ່ງອອກຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸເກືອບ 5 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.
ວິ​ສາ​ຫະ​ກິດ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ​ໃໝ່​ເພື່ອ​ຫັນ​ເປັນ​ສີ​ຂຽວ - ảnh 1ພິທີໄຂ ງານວາງສະແດງສາກົນຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເຕັກໂນໂລຢີຕ່ຳແຜ່ນຕັດຫຍິບ ຫວຽດນາມ 2024 (ພາບ: VOV)

ງານວາງສະແດງສາກົນຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເຕັກໂນໂລຢີຕ່ຳແຜ່ນຕັດຫຍິບ ຫວຽດນາມ 2024 (VIATT 2024) ໂດຍກະຊວງອຸດສາຫະກຳການຄ້າ ຈັດຂຶ້ນ ຢູ່ນະຄອນ ໂຮ່ຈີມິນ (28/2 - 1/3). ງານວາງສະແດງມີການເຂົ້າຮ່ວມຂອງ 400 ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍຮ້ານວາງສະແດງ 500 ຮ້ານ.ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ VIATT ໄດ້ເຕົ້າໂຮມບັນດານັກວາງສະແດງ, ຜູ້ຊື້ຂາຍສິນຄ້າໃຫຍ່ໃນໂລກ ນັບແຕ່ຜະລິດຕະພັນສົ້ນເຂົ້າ ຕະຫຼອດຮອດຜະລິດຕະພັນສຸດທ້າຍ, ການອອກແບບ, ເຕັກໂນໂລຢີ… ທ່ານໃຫ້ຮູ້ວ່າ:

ກະຊວງອຸດສາຫະກຳ ກໍ່ມີຫຼາຍນະໂຍບາຍ, ການຊີ້ນຳນັບແຕ່ກະຊວງລົງຮອດ ຂະແໜງຕຳແຜ່ນຕັດຫຍິບ ເພື່ອທັງຮຽກຮ້ອງຕ້ອງການ ແລະ ໜູນຊ່ວຍວິສາຫະກິດໃຫ້ສາມາດຫັນເປັນສີຂຽວ, ຫັນເປັນດີຈີຕອນຢ່າງແຮງ ເພື່ອອາດສາມາດແກ້ງແຍ້ງຢ່າງແຮງກັບຄູ່ແຂ່ງຂອງຕົນ ໃນໄລຍະຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ຂະແໜງຕ່ຳແຜ່ນຕັດຫຍິບ ຕ້ອງຄ່ອຍໆຫັນປ່ຽນໄປຍັງມູນຄ່າເພີ່ມສູງ ໃນລະບົບມູນຄ່າຂອງຂະແໜງຕ່ຳແຜ່ນຕັດຫຍິບ.

ໄລ່ຮອດກາງເດືອນກຸມພາ, ວົງເງິນການສົ່ງອອກຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸເກືອບ 5 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ