ວາລະຊັກຖາມຢູ່ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ

ວາລະຊັກຖາມຢູ່ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານປະທານ​ສານ​ປະຊາຊົນ​ສູງ​ສຸດ ເຈືອງ​ຮ່ວາ​ບີ​ງ

Vovworld- ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທີ 16, ຕອນ​ເຊົ້າ​ວັນ​ທີ 22/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ດຳ​ເນີນ​ການ​ຊັກ​ຖາມ​ທ່ານປະທານ​ສານ​ປະຊາຊົນ​ສູງ​ສຸດ ເຈືອງ​ຮ່ວາ​ບີ​ງຊຶ່ງ​ໄດ້​ສຸມ​ໃສ່​ ບັນດາ​ ວິທີ​ການ​ແກ້​ໄຂ​ເພື່ອ​ຈຳກັດ​ຄວາມ​ອ່ອນ​ດ້ອຍ​ທາງ​ດ້ານ​ຄຸນ​ນະພາ​ບ​ໃນ​ການ​ພິພາກ​ສາ​ຂອງ​ພະນັກງານ​ຜູ້​ພິພາກສາ ພາກສ່ວນ​ໜຶ່ງ, ບັນດາ​ມ​າດຕະການ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ເພື່ອ​ຕ້ານ​ຄືນ​ປະກົດ​ການ​ຫຍໍ້​ທໍ້​ໃນ​ຂະ​ແໜງ​ສານ. ກ່ຽວ​ກັບ​ການ​ຈຳກັດ​ສະພາບ​ມີ​ຄະດີ​ຫຼາຍລາຍ​ຕ້ອງ​ຍືນ​ເຖິງ​ຂັ້ນ​ຕິດຕາມ​ກວດກາ​ກໍ​ຄື​ການ​ຍົກ​ສູງຄຸນ​ນະພາ​ບ​ໃນ​ການ​ພິພາກ​ສາ​ຂອງ​ພະນັກງານ​ຜູ້​ພິພາກສາ. ທ່ານປະທານ​ສານ​ປະຊາຊົນ​ສູງ​ສຸດ ເຈືອງ​ຮ່ວາ​ບີ​ງ ​ໃຫ້​ຮູ້​ວ່າ : 

    “ ພວກ​ຂ້າພະ​ເຈົ້າ​ໄດ້​ມີວິທີ​ການ​ແກ້​ໄຂ​ທີ່​ວ່າ ສະພາຜູ້ພິພາກສາ ​ເພີ່ມ​ທະວີ​ການ​ເຮັດ​ວຽກ ນັບ​ທັງ​ມື້​ວັນ​ເສົາ ​ເພື່ອ​ຫຼຸດ​ຈຳນວນ​ຄະດີ​ທີ່​ຍັງ​ບໍ່​ທັນພິພາກສາ. ​ໃນ​ຍາວ​ນານ ຍັງ​ຄົງ​ແມ່ນ​ບັນຫາ​ຕ້ອງ​ເຮັດ​ແນວ​ໃດ​​ເພື່ອ​ຍົກ​ສູງຄຸນ​ນະພາ​ບ​​ການ​ພິພາກ​ສາ​​ເພື່ອ​ຫຼຸດຜ່ອນ​ສະພາບ​ຍືນ​ສະ​ເໜີ​ແກ້​ໄຂ​ຢູ່​ສານ​ຂັ້ນ​ເທິງ. ນອກຈາກ​ນັ້ນ, ການ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ຂະ​ແໜງ​ສານ ກໍ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ​ໃນ​ໄລຍະ​ທີ່​ຈະ​ເຖິງ, ຂະ​ແໜງ​ສານ​ຈະ​ຜັນ​ຂະຫຍາຍ​ການ​ບຳລຸງ​ສ້າງ​ພະນັກງານ​ຄຸ້ມ​ຄອງ, ບຳລຸງ​ສ້າງ​ຍົກ​ສູງ​ລະດັບ​ວິຊາ​ຊີບ​ຂອງ​ພະນັກງານ​ຂະ​ແໜງ​ສານ ”

    ທ່ານປະທານ​ສານ​ປະຊາຊົນ​ສູງ​ສຸດເຈືອງ​ຮ່ວາ​ບີ​ງຍັງ​ໝັ້ນ​ໝາຍ​ຕໍ່ໜ້າ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຈະ​ຊີ້​ນຳ​ເພື່ອ​ປະຕິບັດ​ມະຕິ​ຕົກລົງ 37 ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານ​ຕຸລາການ​ປີ 2013 ​ແລະ ຊຸມ​ປີ​ຕໍ່ໆ​ໄປເປັນ​ຢ່າງ​ດີ, ​ແນ​ໃສ່​ເຮັດ​ໃຫ້​ວຽກ​ງານ​ພິພາກສາ​ຂອງ​ສານ​ໄດ້​ຮັບ​ຜົນ​ດີ.

ບັນຫາ​ພົ້ນ​ເດັ່ນ​ຂອງ​ຂະ​ແຫນງ​ສຶກສາ​ຄື: ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸ​ງສ້າງ, ຜັນ​ຂະຫຍາຍ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຂອງ​ລັດຖະບານ​ທີ່​ມີ​ຕໍ່​ນັກຮຽນ​ຢູ່​ເຂດ​ພູດ​ອຍ, ການ​ວາງ​ແຜນ​ກຳນົດ​ເຄືອ​ຂ່າຍ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ ນັ້ນ​ແມ່ນ​ບັນດາ​ເນື້ອ​ໃນ​​ໄດ້​ເຕື້ອງ​ເຖິງ​ທີ່​ວາລະ​ຊັກ​ຖາມ​ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະ​ຊວງ​ສຶກສາ ​ທີ່​ກອງ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຶ່ງດຳ​ເນີນ​ໄປ​ໃນ​ຕອນບ່າຍ​ວັນ​ດຽວກັນ. ​ເມື່ອ​ເວົ້າ​ເຖິງ​​ເລື່ອງ​ສອນ​ພາສາ ຫວຽດ​ໃຫ້​ແກ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ແມ່ນ​ປັດ​ໄຈ​ຊ່ວຍ​ໃຫ້​ຫວຽດນາມ ​ເຊື່ອມ​ໂຍງ​ຢ່າງຮອບດ້ານ, ທ່ານ​ລັດຖະມົນຕີ ຟ້າ​ມຫວູລ້ວນ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ​ໄດ້​ສ້າງ​ແຜນ​ຮ່າງ​ສອນ​ພາສາ​ຫວຽດ​ໃຫ້​ແກ່​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ​​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ 5 ປີ ​ແຕ່​ມາ​ຮອດ​ປະຈຸ​ບັນ​ແມ່ນສິ້ນ​ສຸດ​ແລ້ວ. ສະ​ເຫ​ນີສະພາ​ແຫ່ງ​ຊາ​ດ​ເພື່ອ​ສືບ​ຕໍ່​ປະຕິບັດ​ແຜນ​ຮ່າງ​ຄື​ດັ່ງກ່າວ. ​ແຜນຮ່າງ​ສອນ​ພາສາ​ຫວຽດ ​ແມ່ນສອນຜ່ານ​ວິທະຍຸ, ​ໂທລະພາບ ​ແລະ ຈະ​ຜັນ​ຂະຫຍາຍ​ທາງ​ອິນ​ເຕີ​ແນ​ດ.”

​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ກອງ​ປະຊຸມ​ຄັ້ງ​ທີ 16 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ອັດ​ລົງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຊີ້​ແຈງ​ວ່າ: ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ ຮັບ​ຟັງ​ບົດ​ລາຍ​ງານ, ອະພິປາຍ​ຂອງ​ບັນດາ​ທ່ານ​ລັດຖະມົນຕີ, ກາ​ນນຳ​ຂະ​ແຫນງ​ການ​ກ່ຽວ​ກັບ​ບັນຫາ​ຮ້ອນ​ເຮັ່ງ​ໃນ​ຂົງ​ເຂດ​ທີ່​ຮັບຜິດຊອບ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປະກາດ​ໃຊ້​ບົດ​ສະຫລຸບ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ເພ່ືອ​ເປັນ​ພື້ນຖານ​ໃຫ້​ແກ່​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງຕິ​ດຕາມ.


ຂ່າວ/ບົດ​ອື່ນ