ວາລະປະຊຸມຄັ້ງທີ 24 ຄະນະປະຈຳສະພາແຫ່ງຊາດ

ວາລະປະຊຸມຄັ້ງທີ 24 ຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 13/01, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາ​ດ ຫງວຽນ​ຊິງ​ຮຸ່ງ, ຄະນະ​​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 24 ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍປັບປຸງ, ​ເພີ່ມ​ເຕີ​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສົມ​ລົດ​ ​ແລະ ຄອບຄົວ (ສະບັບ​ປັບປຸງ). ນີ້​ແມ່ນ 2 ຮ່າງ​ກົດໝາຍ​ເຊິ່ງ​ໄດ້​ຮັບ​ການ​ປຶກສາ​ຫາ​ລື​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຜ່ານ​ມາ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ​່າ ນີ​ແມ່ນ​ວາລະ​ປະ​ຊຸມ​​ສຳຄັນພາຍຫຼັງ​ລັດຖະທຳ​ມະນູນ​ມີ​ຜົນ​ສັກສິດ ​ແລະ ກະ​ກ່ຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິ່ງຮຸ່ງ​ ຖື​ວ່າ ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ມີລັກສະນະ​ມະນຸດສະທຳ. ສຳລັບ​ບັນດາ​ເປົ້າ​ໝາຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄົນ​ທຸກ​ຍາກ, ຜູ້​ທີ່​ມີ​ຄູນ​ງາມ​ຄວາມ​ດີ, ລັດ​ຈະ​ໜູນ​ຊ່ວຍ​ຄ່າ​ໃຊ້​ຈາ​ຍສ່ວນ​ໜຶ່ງ​ເມື່ອ​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະຫຼຸບ​ວ່າ.

        “ການ​ປັບປຸງ​ກົດໝາຍ​​ໃນຄັ້ງ​ນີ້, ພວກ​ເຮົາ​ຢືນຢັນ​ປັບປຸງ​ກອງ​ທຶນ​ປະກັນ​ສຸຂະພາບ ​​ໃຫ້​ເປັນກອງ​ທຶນ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ. ສ່ວນຂໍ້​ມາດຕາ​ໃດ​​ພວມນຳ​​ໃຊ້ ​ຢ່າງມີປະສິດທິ​ຜົນແມ່ນບໍ່​ປັບປຸງ. ກ່ຽວ​ກັບ​ເລື່ອງ​ພ້ອມ​ກັນ​ໃຊ້​ຈາ​ຍ, ແມ່ນປັບປຸງ​ຕາມ​ທິດ​ມີ​ເມື່ອຖືກ ຈັບ​ເປັນ, ເຖິງວ່າຈະໄປປິ່ນປົວພະຍາດຢູ່ ຮາກ​ຖານ​ການແພດຂອງ​ລັດ ຫຼື ຂອງ​ເອກະ​ຊົນ ກໍ່​ລ້ວນ​ແຕ່​ນຳ​ໃຊ້​ບັດ​ປະກັນ​ສຸຂະພາບໄດ້”.

ຂ່າວ/ບົດ​ອື່ນ