ວາລະປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດພິຈາລະນາການຫຼຸດພາສີໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19

(VOVWORLD) -ວາລະປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດຊຸດທີ XV ເຊິ່ງດຳເນີນໃນລະຫວ່າງວັນທີ 13 – 22 ກັນຍາ

ຕາມລາຍການຄາດຄະເນແລ້ວ, ວາລະປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດຊຸດທີ XV ເຊິ່ງດຳເນີນໃນລະຫວ່າງວັນທີ 13 – 22 ກັນຍາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ຈະມີບົດກ່າວປາໄສໄຂ ແລະ ອັດວາລະປະຊຸມ.

ວາລະປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດຊຸດທີ XV ຈະພິຈາລະນາ, ຕົກລົງ, ໃຫ້ຄຳເຫັນໃສ່ຫຼາຍເນື້ອໃນສຳຄັນຄື: ປະກອບຄຳເຫັນກ່ຽວກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ກ່ຽວກັບກົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການຜັນຂະຫຍາຍການປະຕິບັດໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າສ່ວນໜ້ອຍໄລຍະ 2021-2030. ພິຈາລະຈາ, ຕົກລົງປະກາດໃຊ້ບາງມາດຕະການແກ້ໄຂກ່ຽວກັບການຍົກເວັ້ນພາສີ, ຫຼຸດຜ່ອນພາສີເພື່ອແນໃສ່ໜູນຊ່ວຍໃຫ້ແກ່ວິສາຫະກິດ, ປະຊາຊົນຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ແລະ ຫຼາຍບັນຫາສຳຄັນອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ