ວາລະປະຊຸມຄັ້ງທີ23ຂອງຄະນະປະຈຳສະພາແຫ່ງຊາດ

ວາລະປະຊຸມຄັ້ງທີ23ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1

ວາລະປະຊຸມ​ຄັ້ງ​ທີ23ຂອງຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ

(ພາບ: Nhan Sáng/TTXVN)

(vovworld) - ວະລະປະຊຸມ​ຄັ້ງ​ທີ 23 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/12, ຢູ່ ຮ່າ​ໂນ້ຍ. ທ່ານ​ປະທາ​ນສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່​ອທີ 6 ​ແລະ ປະກອບ​ຄຳ​ເຫັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຮັບຮອງ​ເອົາ​ແຜນການ​ດຳ​ເນີນ​ງານ​ປີ 2014 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງຊາດ, ​ໂຄງການ​ຮ່ວມ​ມື​ສາກົນ​ຂອງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2014.​.​.​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ໃນ​ວາລະປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ເພື່ອ​ປະກາດ​ໃຊ້​ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ຮຽກ​ຮ​້ອງ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ປະກາດ​ໃຊ້​ແຜນການ​​ເພື່ອ​ປະຕິບັດ, ນຳ​ລັດຖະທຳ​ມະນູນ​ກ້າວ​ເຂົ້າ​ສູ່​ຊີວິດ ​ເພື່ອ​ໃຫ້​ລັດຖະທຳ​ມະນູນ​ກາຍ​ເປັນ​ກົດໝາຍຕົ້ນ​ສະ​ບັບ, ຮັບປ​ະກັນ​ກ່ຽວ​ກັບ​ລະບອບ​ການ​ເມືອງ​ນິຕິ​ກຳ ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ.

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 23/12, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ຮ່າງ​ລັດຖະດຳລັດ​ຕຳຫຼວດ​ເຄື່ອນ​ທີ່. ຕາມ​ນັ້ນ​ແລ້ວ, ຕຳຫຼວດ​ເຄື່ອນ​ທີ່​ຂຶ້ນ​ກັບ​ຕຳຫຼວດ​ປະຊາຊົນ, ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງປະຕິບັດ​ມາດ​ຕະການ​ປະກອບ​ອາວຸດ​ປົກ​ປັກ​ຮັກ​ສາ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງສັງຄົມ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່​ອື່ນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ.



ຂ່າວ/ບົດ​ອື່ນ