ວາລະປະຊຸມຄັ້ງທີ25ຂອງຄະນະປະຈຳສະພາແຫ່ງຊາດ:ສຸມໃສ່ວຽກງານສ້າງກົດໝາຍ

ວາລະປະຊຸມຄັ້ງທີ25ຂອງຄະນະປະຈຳສະພາແຫ່ງຊາດ:ສຸມໃສ່ວຽກງານສ້າງກົດໝາຍ - ảnh 1
ວາລະ​ປະຊຸມ​ ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບປະກອບ)
(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 25 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/2. ​ແລະ​ຈະດຳ​ເນີນ​​ໃນ​ເວລາ 2 ວັນ, ​ເນື້ອ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້​​ແມ່ນສຸ​ມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ສ້າງ​ກົດໝາຍ​ເປັນ​ຕົ້ນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປະກອບ​ຄຳ​ເຫັນ​​ໃສ່ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​​ຕ່າງໆ​ຄື: ກົດໝາຍ​ວ່າ​ດ້ວຍ​ປົກ​ປັກ​ຮັກສາສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ), ກົດໝາຍວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນລະ​ເຮືອນ ຫວຽດນາມ.

    ທີ່​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ຂອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ກ່ຽວ​ກັບ​ເລື່ອງ​​ແຕ່ງ​ຕັ້ງ​ຜູ້​ພິພາກສາ​ສານ​ປະຊາຊົນ​ສູງ​ສຸດ​ເປັນ​ສະມາ​ຊິກ​ສະພາ​ຜູ້​ພິພາກສາ​ສານ​ປະຊາຊົນ​ສູງ​ສຸດ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ເລ​ກທີ 35/2012/QH13 ລົງ​ວັນ​ທີ 21/11/2012 ກ່ຽວ​ກັບ​​ເລື່ອງລົງ​ຄະ​ແນນ​ສຽງ​ໄວ້​ວາງ​​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ ສຳ​ລັບຜູ້​ດຳ​ເນີນ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາ​ຊົນ​ເລືອກ​ຕັ້ງ​ຫຼື​ໃຫ້​ສັດຕະຍາບັນ ​ແລະ ຕົກລົງ​ບາງ​ເນື້ອ​ໃນ​ສຳຄັນ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ