ວາລະປະຊຸມຈະມາເຖິງຂອງຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລືບາງຮ່າງກົດໝາຍ

ວາລະປະຊຸມຈະມາເຖິງຂອງຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລືບາງຮ່າງກົດໝາຍ - ảnh 1
(ພາບປະກອບ)

(vovworld) - ວາລະ​ປະຊຸມ​ຄັ້ງ​ທີ 40 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/8 ​ແລະ ​ແກ່ຍາວ​ເຖິງ​ວັນ​ທີ 18/8. ວາລະປະຊຸມ​ຄັ້ງ​ນີ້​ ຈະ​ສະຫງວນ​ເວລາ​ສ່ວນ​ຫຼາຍ​ໃຫ້​ແກ່​ວຽກ​ງານ​ສ້າງ​ກົດໝາຍ. ຄະນະ​ປະຈຳ​ສະພາ​ແຫ່ງ​ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ຕ່າງໆຄື: ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ບັນຊີ; ກົດໝາຍ​ວ່າ​ດ້ວຍ​ຄ່າ​ທຳນຽມ ​ແລະ ຄ່າ​ບໍລິການ, ກົດໝາຍ​ວ່າ​ດ້ວຍ​ສະຖິຕິ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ; ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ… ບັນດາ​ຮ່າງ​ກົດໝາຍ​ສຳ​ຜັດ​ກັບ​ຂໍ້​ມູນ​ຂ່າວ; ກົດໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື​ສາສະໜາ, ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ເດັກ (ສະບັບ​ປັບປຸງ) ກໍ່​ຈະ​ຖືກ​ພິຈາລະນາ​ໃນ​ວາລະ​ປະຊຸມ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ