ວາລະປະຊຸມທີ1ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2016 - 2021

ວາລະປະຊຸມທີ1ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2016 - 2021 - ảnh 1
ທ່ານ​ເຈີ່ນ​ດ້າຍ​ກວາງ ເປັນ​ປະທານ​ວາລະ​ປະຊຸມ​ທີ 1 ສະພາ​
ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບອາຍຸ​ການ 2016 – 2021

(vovworld) – ​ ຕອນ​ບ່າຍ​ວັນ​ທີ 26/12 ຢູ່​ສຳນັກ​ງານ​ປະທານ​ປະ​ເທດ, ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ປະທານ​ປະ​ເທດ​ສາທາລະນະ​ລັດສັງຄົມ​ນິຍົມ ຫວຽດນາມ, ປະທານ​ສະພາ​ປ້ອງ​ກັນຊາດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ທີ 1 ສະພາ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບອາຍຸ​ການ 2016 – 2021. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ປຶກສາ​ຫາລື, ​ປະກອບ​ຄຳ​ເຫັນກ່ຽວ​ກັບກົດ​ລະບຽບ​ການ​ເຄື່ອນ​ໄຫວ, ບາງ​ໜ້າ​ທີ່​ຈຸດ​ສຸມ​​ໃນ​ໂຄງການ​ປະຕິບັດ​ງານ​ທົ່ວ​ອາຍຸ​ການ ​ແລະ ໜ້າ​ທີ່​ຈຸດ​ສຸມ​ປີ 2017 ຂອງ​ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ບັນດາ​ສະມາຊິກ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່, ສິດ​ອຳນາດ​ຂອງສະພາ​ບັນດາ​ອາຍຸ​ການ​ກ່ອນ; ​ໃກ້ຊິດຕິດ​​ແທດກັບ​ໜ້າ​ທີ່, ສິດ​ອ​ຳນາດ, ລະບອບ, ຫຼັກ​ການ​ເຮັດ​ວຽກ​ຂອງ​ສະພາ; ຍົກ​ສູງ​ຈິດ​ໃຈ​ຮັບ​ຜິດ​ຊອບ​ໃນ​ການ​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ, ຕັດສິນ​ບັນດາ​ບັນຫາ​ຂຶ້ນ​ກັບ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ສະພາຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ທ່ານ​ປະທານ​ປະ​ເທດ ຊີ້ນ​ຳອົງການ​ສຳນັກ​ງານທີ່ກ່ຽວຂ້ອງ​ສ້າງ​ໂຄງການ, ​ແຜນການ​ເພື່ອ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ໜ້າ​ທີ່​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ປີ 2017 ​ແລະ ຊຸມ​ປີ​ຕໍ່​ໄປ ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ຫວຽດນາມ ສັງຄົມ​ນິຍົມ​ໃຫ້​ໝັ້ນ​ຄົງໃນ​ສະພາບ​ການ​ໃໝ່​ຢ່າງ​ມີ​ໄຊ.

 

ຂ່າວ/ບົດ​ອື່ນ