ວາລະປະຊຸມປະຈຳເດືອນ 4/2012 ຂອງລັດຖະບານ ຫວຽດນາມ

ວາລະປະຊຸມປະຈຳເດືອນ 4/2012 ຂອງລັດຖະບານ ຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນປະທານ
ວາລະປະຊຸມປະຈຳເດືອນ 4/2012 ຂອງລັດຖະບານ
ພາບປະກອບ:internet


(vovword)- ​ໃນ​ວັນ​ທີ 3 ​ແລະ 4/5, ຢູ່​ສຳ​ນັກ​ງານ​ລັດຖະບານ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Nguyen Tan Dung ນາຍົກລັດຖະມົນຕີ ຫວຽດນາມ, ລັດຖະບານ​ໄດ້​ຈັດວາລະ​ປະຊຸມ​ປະຈຳ​ເດືອນ 4/2012 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​​​ເສດຖະກິດ ສັງຄົມ​ໃນ​ເດືອນ 4 ​ແລະ 4 ​ເດືອນ​ຕົ້ນ​ປີ 2012, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ຍູ້​ແຮງ​ການ​ຜະລິດ​ດຳ​ເນິນ​ທຸລະ​ກິດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ບັນດາ​ສະມາຊິກ​ໃນ​ລັດຖະບານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ສະພາບ​​ເສດຖະກິດ​ໃນ​ເດືອນ 4 ​ແລະ 4 ​ເດືອນ​ຕົ້ນ​ປີ​ສືບ​ຕໍ່​ມີ​ການ​ຫັນປ່ຽນ, ບັນລຸ​ບັນດາ​ໝາກຜົນ​ອັນ​ຕັ້ງຫນ້າ, ພິ​ເສດ​​ແມ່ນບັນດາ​ມາດ​ຕະການ​ຄວບ​ຄຸ​ມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ. ກ່ຽວ​ກັບ​ດ້ານ​ເງິນ​ຕາ, ສິນ​ເຊື່ອ, ທະນາຄານ​ແຫ່ງ​ລັດ​ໄດ້​ປະຕິບັດ​ຫລາຍ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ເພດານ. ​ໃນ​ຂົງ​ເຂດ​ສົ່ງອອກ ນຳເຂົ້າສິນຄ້າ, ວົງ​ເງິນ​ສົ່ງອອກ​ນຳ​ເຂົ້າ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012 ສືບ​ຕໍ່​ບັນລຸ​ການ​ເຕີບ​ໂຕ​ສູງ, ຄາດ​ວ່າ​ໃນ 4 ​ເດືອນ​ຕົ້ນ​ປີ 2012 ບັນລຸ​ກວ່າ 33 ຕຶ້ USD ​ເພີ່ມ​ຂຶ້ນ 22% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ການ​ຜະລິດ​ອຸດສາຫະກຳ​​ໄດ້ມີ​ການ​ປັບປຸງ​ຢ່າງ​ເຫັນ​​ໄດ້​ຊັດ. ການ​ຜະລິດ​ກະສິກຳ​ປ່າ​ໄມ້​ ​ແລະ ສິນ​ໃນ​ນ້ຳ​ສືບ​ຕໍ່​ພັດທະນາ​ເປັນ​ປົກກະຕິ. ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໃນ​ຊຸມ​ເດືອນ​ຕົ້ນ​ປີ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ.

 

ຂ່າວ/ບົດ​ອື່ນ