ວາລະປະຊຸມອັດອາຍຸການເປັນປະທານຂອງ ຫວຽດນາມ ທີ່ກອງປະຊຸມຫລຸດຜ່ອນກຳລັງທັບ

(VOVWORLD) - ໃນລະຫວ່າງວັນທີ 14 – 15 ສິງຫາ, ທີ່ສຳນັກງານສະຫະປະຊາຊາດຢູ່ ເຊີແນວ (ສະວິດ), ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ ເຢືອງຈີ໊ຢຸງ, ເປັນປະທານບັນດາວາລະປະຊຸມຄົບຄະນະສຸດທ້າຍ ໃນອາຍຸການ ຫວຽດນາມ ເປັນປະທານກອງປະຊຸມຫລຸດຜ່ອນກຳລັງທັບ, ເຊິ່ງໄດ້ດຳເນີນແຕ່ວັນທີ 24 – 30 ມິຖຸນາ ແລະ ວັນທີ 29 ກໍລະກົດ - ວັນທີ 18 ສິງຫາ.
ວາລະປະຊຸມອັດອາຍຸການເປັນປະທານຂອງ ຫວຽດນາມ ທີ່ກອງປະຊຸມຫລຸດຜ່ອນກຳລັງທັບ - ảnh 1 ວາລະປະຊຸມອັດອາຍຸການເປັນປະທານຂອງ ຫວຽດນາມ ທີ່ກອງປະຊຸມຫລຸດຜ່ອນກຳລັງທັບ (ພາບ: TTXVN)

        ທ້າຍກອງປະຊຸມຄົບຄະນະໃນວັນທີ 15 ສິງຫາ, ກ່ອນທີ່ສິ້ນສຸດອາຍຸການເປັນປະທານຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ ໄດ້ຕີລາຄາໝາກຜົນທີ່ບັນລຸໄດ້, ບັນດາເນື້ອໃນທີ່ນຳມາປຶກສາຫາລືຕົ້ນຕໍແມ່ນ ແນໃສ່ກຳນົດບັນດາປັດໄຈໃຫ້ເໝາະສົມ ເພື່ອສ້າງລາຍການເຮັດວຽກຂອງກອງປະຊຸມໃນອະນາຄົດ. ດ້ວຍຄວາມມານະພະຍາຍາມຂອງປະເທດເປັນປະທານ ແລະ ການຮ່ວມມື, ການປຶກສາຫາລືທີ່ມີລັກສະນະສ້າງສັນຂອງບັນດາປະເທດສະມາຊິກ, ເປັນຄັ້ງທຳອິດພາຍຫລັງບັນດາອາຍຸການເປັນປະທານໃນໄລຍະມໍ່ໆມານີ້, ບັນດາປະເທດສະມາຊິກໄດ້ປຶກສາຫາລືກ່ຽວກັບບັນດາບັນຫາແທດຈິງ, ຫຼັກແຫຼ່ງໃນໂຄງການດຳເນີນງານຂອງກອງປະຊຸມຄືນໃໝ່ ແລະ ບັນດາເນື້ອໃນນີ້ ໄດ້ຮັບການຕີລາຄາວ່າ ແມ່ນບັນດາປັດໄຈສຳຄັນໃຫ້ແກ່ວຽກງານຂອງກອງປະຊຸມຫລຸດຜ່ອນກຳລັງທັບໃນຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ