ວາລະສານ “Francophonie Actualités” ສະບັບອອກພິເສດກ່ຽວກັບທະເລຕາເວັນອອກ

(vovworld) – ທະ​ເລ​ຕາ​ເວັນ​ອອກ, ບັນ​ຫາ​ອະ​ທິ​ປະ​ໄຕ​ໝູ່​ເກາະ ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຫົວ​ຂໍ້​ຂອງວາ​ລະ​ສານ “Francophonie Actualités”, ເຊິ່ງ​ແມ່ນ​ວາ​ລະ​ສານ​ທີ່​ມີ​ຊື່​ສຽງ​ຂອງ ຝ​ຣັ່ງ ກ່ຽວ​ກັບ​ສະ​ພາບ​ການ​ຂອງສາ​ກົນ, ສະ​ບັບ​ອອກເມື່ອມໍ່ໆມານີ້. ໃນ​ພາກ​ທຳ​ອິດ​​ເຊິ່ງ​ລວມ​ມີ 77 ໜ້າຂອງວາ​ລະ​ສານ​ໄດ້​ສະ​ຫງວນ​ໃຫ້​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ດ້ວຍການຮວບຮວມເອົາບັນ​ດາ​ບົດ​ຂຽນ, ບົດ​ທາບ​ທາມ, ບັນ​ດາ​ຄຳ​ຕອບ​ສຳ​ພາດ​ຂອງວົງ​ການ​ນັກ​​ວິ​ຊາ​ການ ແລະ ບັນ​ດາ​ຕົວ​ພະ​ຍານ​ກ່ຽວ​ກັບ​ບັນ​ຫາ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ຮ່​ວາງ​ຊາ, ເຈື່ອງ​ຊາ​. ໃນ​ພາກ “ສະ​ຫລຸບ” ໄດ້​ເວົ້າ​ເຖິງ​ປະ​ຫວັດ​ສາດ​ທະ​ເລ​ຕາ​ເວັນ​ອອກ ແລະ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຢູ່ ໝູ່​ເກາະ​ຮ່​ວາງ​ຊາ, ເຈື່ອງ​ຊາ ດ້ວຍ​ບັນ​ດາຫຼັກການ ແລະ ບັນ​ດາ​ເອ​ກະ​ສານ​ສາ​ກົນ. ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະ​ຈຸ​ບັນ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ.

        ໃນ​ພາກ “ແງ່​ມູມ​ໃຫຍ່” ລວມມີການຮວບຮ່ວມບັນ​ດາ​ບົດ​ທາບ​ທາມ ແລະ ບົດ​ສຳ​ພາດ​ຂອງວົງ​ການ​ນັກ​ວິ​ຊາ​ການ​ກ່ຽວ​ກັບ​ບັນ​ຫາ​​ອະ​ທິ​ປະ​ໄຕ​ໝູ່​ເກາະ​ຮ່​ວາງ​ຊາ, ເຈື່ອງ​ຊາ. ໃນ​ພາກ “ສົນທິສັນຍາ​ສາ​ກົນ” ແລະ “ທັດ​ສະ​ນະ​ຂອງ​ນັກຊ່ຽວ​ຊານ” ເຊິ່ງ​ລ​ວມ​​ມີບັນ​ດາ​ບົດ​ຂຽນ ແລະ ບົດ​ກ່າວ​ປາ​ໄສ​ຂອງວົງ​ການ​ນັກ​ວິ​ຊາ​ການ​ກ່ຽວ​ກັບ​ສາຍ​ເຫດທີ່ພາ​ໃຫ້​ເກີດ​ສະ​ພາບ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນ​ຫາ​ການປົກ​ປ້ອງ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຄວາມ​ໝາຍ​ຂອງ​ຄຳ​ຕັດ​ສິນ​ຂ​ອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ໃນ​ກໍ​ລະ​ນີຟ້ອງ​ຮ້ອງ ຈີນ​ຂອງ ຟີ​ລິບ​ປິນ, ບັນ​ດາ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ສະ​ພາບ​ການ​ພາກ​ພື້​ນ​ພ້ອມ​ກັບ​ມາດ​ຕະ​ການ​ເໝາະ​ສົມ​ສຳ​ລັບ​ບັນ​ຫານີ້.

                                     


ຂ່າວ/ບົດ​ອື່ນ