ວຽກງານກະກຽມລາຍການ “ສ້າງຄວາມເຂັ້ມແຂງຈາກທະເລ, ຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ”

(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດ໋ຕຽນສີ, ຫົວໜ້າຄະນະຊີ້ນຳລາຍການສະແດງສິລະປະ “ຮັ່ງມີເຂັ້ມແຂງຈາກທະເລຂອງບ້ານເກີດເມືອງນອນ” ໄດ້ລົງກວດກາຕົວຈິງຢູ່ ທ່າກ່ຳປັ່ນທະຫານ ຍາຈາງ, ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ
ວຽກງານກະກຽມລາຍການ “ສ້າງຄວາມເຂັ້ມແຂງຈາກທະເລ, ຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ” - ảnh 1ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດ໋ຕຽນສີ ລົງກວດກາຕົວຈິງ
(ພາບ:VOV)

ຕອນເຊົ້າວັນທີ 9 ສິງຫາ, ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດ໋ຕຽນສີ, ຫົວໜ້າຄະນະຊີ້ນຳລາຍການສະແດງສິລະປະ “ຮັ່ງມີເຂັ້ມແຂງຈາກທະເລຂອງບ້ານເກີດເມືອງນອນ” ໄດ້ລົງກວດກາຕົວຈິງຢູ່ ທ່າກ່ຳປັ່ນທະຫານ ຍາຈາງ, ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ເພື່ອກວດກາວຽກງານກະກຽມໃຫ້ລາຍການດັ່ງກ່າວ.

        ທ່ານ ຫງວຽນຫວູຢຸຍ, ຫົວໜ້າພະແນກການຂ່າວ (VOV1), ວິທະຍຸກະຈາຍສຽງ ຫວຽດນາມ, ຮອງຫົວໜ້າຄະນະຈັດຕັ້ງລາຍການ, ໃຫ້ຮູ້ວ່າ: ເວທີສະແດງຈະແມ່ນຈຸດເດັ່ນຂອງລາຍການ ສ້າງບັນຍາກາດໃຫ້ລາຍການ, ຜ່ານນັ້ນ, ສົ່ງສານຂອງລາຍການ “ສ້າງຄວາມເຂັ້ມແຂງຈາກທະເລ, ຄວາມຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ” ທີ່ສະໜິດສະໜົມ ແລະ ເລິກເຊິ່ງເຖິງຜູ້ຊົມ:

        “ຈຸດເດັ່ນຂອງເວທີສະແດງ ແລະ ບັນຍາກາດສິລະປະຢູ່ລາຍການແມ່ນກ່ຳປັ່ນຂອງຊາວປະມົງ ແລະ ຂອງບັນດາກຳລັງປະຕິບັດກົດໝາຍ, ປົກປັກຮັກສາອະທິປະໄຕຂອງປະເທດຊາດບົນທະເລ. ບັນດາກ່ຳປັ່ນນີ້ຈະໄດ້ສ້າງເປັນສ່ວນໜຶ່ງຂອງເວທີຫຼັກ, ຍ້ອນເຫດນັ້ນຈະສ້າງຈຸດພິເສດ ແລະ ສ້າງຄວາມຮູ້ສຶກທີ່ໃໝ່ອ່ຽມຕໍ່ກັບມະຫາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ