ສ. ເກົາຫຼີ ແລະ ສປປ ເກົາຫຼີ ເລີ່ມການເຄື່ອນໄຫວເຈລະຈາຂັ້ນສູງ

(VOVWORLD) - ການເຈລະຈາເລີ່ມແຕ່ເວລາ 10 ໂມງ ເຊົ້າຕາມເວລາທ້ອງຖິ່ນ (8ໂມງຕາມເວລາ ຫວຽດນາມ) ຢູ່ຫໍສັນຕິພາບຂຶ້ນກັບ ສ. ເກົາຫຼີ ທີ່ບ້ານຢຸດຮົບ Panmunjom.
ສ. ເກົາຫຼີ ແລະ ສປປ ເກົາຫຼີ ເລີ່ມການເຄື່ອນໄຫວເຈລະຈາຂັ້ນສູງ - ảnh 1ການນຳ ສ ເກົາຫຼີ ແລະ ສປປ ເກົາຫຼີ ທີ່ພິທີສະເຫຼີມສະຫຼອງການພົບປະສຸດຍອດລະຫວ່າງ 2 ປະເທດຄັ້ງທຳອິດ (ພາບ:Yonhap/ TTXVN )

ຕອນເຊົ້າວັນທີ 15 ຕຸລາ, ສ. ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ເລີ່ມດຳເນີນການເຈລະຈາຂັ້ນສູງເພື່ອແນໃສ່ປຶກສາຫາລືກ່ຽວກັບການຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມສຸດຍອດລະຫວ່າງການນຳ 2 ຝ່າຍເມື່ອເດືອນກັນຍາຜ່ານມາ. ການເຈລະຈາເລີ່ມແຕ່ເວລາ 10 ໂມງ ເຊົ້າຕາມເວລາທ້ອງຖິ່ນ (8ໂມງຕາມເວລາ ຫວຽດນາມ) ຢູ່ຫໍສັນຕິພາບຂຶ້ນກັບ ສ. ເກົາຫຼີ ທີ່ບ້ານຢຸດຮົບ Panmunjom.

        ຄະນະຜູ້ແທນ ສ. ເກົາຫຼີ ໂດຍທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ Cho Myoung – gyon ນຳໜ້າໃນຂະນະທີ່ຄະນະຜູ້ແທນ ສປປ ເກົາຫຼີ ໂດຍທ່ານ Ri Son – gwon, ປະທານຄະນະກຳມະການຟື້ນຟູສັນຕິພາບນຳໜ້າ.

        ທີ່ການເຈລະຈາຄັ້ງນີ້, ຄາດວ່າ, ສອງຝ່າຍໄດ້ປຶກສາຫາລືແຜນການສ້າງຕັ້ງຄະນະກຳມະການທະຫານປະສົມ ແລະ ຜັນຂະຫຍາຍການສຳຫຼວດພື້ນທີ່ຕົວຈິງລວມກ່ຽວກັບເສັ້ນທາງລົດໄຟ ແລະ ທາງບົກຢູ່ ສປປ ເກົາຫຼີ ເພື່ອແນໃສ່ຜັນຂະຫຍາຍໂຄງການເຊື່ອມຕໍ່ບັນດາລະບົບເສັ້ນທາງລົດໄຟ ແລະ ທາງບົກລະຫວ່າງ 2 ປະເທດ. ສອງຝ່າຍກໍ່ຈະພະຍາຍາມກຳນົດເວລາ ແລະ ສະຖານທີ່ຈັດຕັ້ງບັນດາການປະຊຸມທາງອິນເຕີເນັດຂອງສະພາກາແດງ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາຄົວຄອບທີ່ຖືກພັດພາກຈາກກັນ…

ຕອບກັບ

ຂ່າວ/ບົດ​ອື່ນ