ສົນ​ທິ​ສັນ​ຍາ START-3 ຈະ​​ໄດ້​ລົງ​ນາມ​ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ

(VOVWORLD) -

ອາເມລິກາໃຫ້ຮູ້ວ່າ ສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (ສົນທີສັນຍາ START-3) ລະຫວ່າງລັດເຊຍ ແລະ ອາເມລິກາ ຈະໄດ້ລົງນາມກ່ອນຈັດການເລືອກຕັ້ງປະທານາທິບໍດີອາເມລິກາ ໃນຕົ້ນເດືອນພະຈິກທີ່ຈະມາເຖິງ.

   ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ: ຂໍ້ຕົກລົງກ່ຽວກັບບັນດາຫຼັກການໃນສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ຂອງອາເມລິກາ ສະເໜີ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຝ່າຍລັດເຊຍ ແລ້ວ.

ສົນ​ທິ​ສັນ​ຍາ START-3 ຈະ​​ໄດ້​ລົງ​ນາມ​ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ - ảnh 1

ທ່ານ Joe Biden (ພາບ: TTXVN)


ໃນເຫດການກ່ຽວຂ້ອງເຖິງການເລືອກຕັ້ງປະທານາທິບໍດີອາເມລິກາ, ການຢັ່ງຫາສຽງໂດຍ CBS News-YouGov ປະຕິບັດໃຫ້ເຫັນວ່າ, ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕ Joe Biden ສືບຕໍ່ຮັກສາການນຳໜ້າຕໍ່ປະທານາທິບໍດີອາເມລິກາ ຄົນປະຈຸບັນ, ທ່ານ Donald Trump ຢູ່ບັນດາລັດຕົ້ນຕໍຄື Michigan ແລະ Nevada, ໃນຂະນະທີ່ສອງຝ່າຍມີທ່າເທົ່າເທຽມກັນຢູ່ລັດ Iowa.



  

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ