ສືບຕໍ່ກໍ່ສ້າງເຫຼົ່າທັບເຮືອ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ

ສືບຕໍ່ກໍ່ສ້າງເຫຼົ່າທັບເຮືອ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ - ảnh 1

(ພາບ:dinhlathang.net)

 ( vovworld ) –ວັນ​ທີ 22/2, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໂດຍ​ທ່ານ ດິງ​ເທ​ຮິງ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ເຫຼົ່າ​ທັບ​ເຮືອ​ຫວຽດນາມ ຢູ່​ນະຄອນ​ຫາຍ​ຟອງ. ນະ​ທີ່​ນີ້, ກຳມະການ​ການ​ເມືອງ, ພົນ​ເຮືອ​​ໂທ​ເຫຼົ່າ​ທັບ​ເຮື​ອ ຫວຽດນາມ ​ເຈີ​ນ​ແທງ​ຮ່ວຽນ ຢືນຢັນ​ວ່າ ດ້ວຍ​ຈິດ​ໃຈ​ສືບ​ຕໍ່​ກໍ່ສ້າງເຫຼົ່າ​ທັບ​ເຮື​ອ ຫວຽດນາມ ນັບ​ມື້​ນັບໝັ້ນຄົງ​ເຂັ້ມ​ແຂງ​ໃນ​ປີ 2012 ​ແລະ ​ໃນຊຸມ​ປີ​ຕໍ່​ໄປ, ອົງຄະ​ນະ​ພັກ, ກອງ​ບັນຊາ​ການ​ເຫຼົ່າ​ທັບ​​ເຮືອກຳນົດ 5 ​ເນື້ອ​ໃນ​ປະຕິບັດ, ​ໃນ​ນັ້ນຊາບ​ຊືມປະສິດທິ​ຜົນ​ການ​ຊີ້​ນຳ, ​ແນະນຳ​ຂອງ​ສູນ​ກາງ ​ແລະ ​ຄະນະ​ໂຄສະນາສຶກສາ​ສູນ​ກາງ ກ່ຽວ​ກັບການ “ນຳ​ເລື່ອງ​ສືບ​ຕໍ່ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ​ກາຍເປັນ​ວຽກ​ງານປະຈຳ​ປີ​ຂອງ​ບັນດາ​ອົງການ​ພັກ, ທ້ອງ​ຖິ່ນ, ຮາກ​ຖານ, ຫົວ​ໜ່ວຍ ​ແລະ​ ຂອງ​ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ“, ຍູ້​ແຮງ​ວຽກ​ງານ​ສຶກສາ, ​ໂຄສະນາ​ດ້ວຍ​ຫຼາຍ​ຮູບ​ການ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ອຸດົມສົມບູນ, ມີ​ປະສິດທິ​ຜົນ ​ຕິດ​ພັນ​ກັບ​ການ​ຊາບ​ຊືມ ​ແລະ ​ປະຕິບັດ​ມະຕິ​ຂອງສູນ​ກາງພັກຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ທີ່​ການ​ເຮັດ​ວຽກ, ທ່ານ ດິງ​ເທ​ຮິງ ປາດ​ຖະໜາ​ວ່າ ​ເຫຼົ່າ​ທັບ​ເຮືອ​ຈະ​ສື​ບຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ພັດທະນາ​ຢ່າງຮອບດ້ານ, ຊຳນານ​ຮົບ, ທັນ​ສະ​ໄໝ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ