ສືບຕໍ່ປະຕິບັດນະໂຍບາຍງົບປະມານຢ່າງເຄັ່ງຄັດໃນຊຸມເດືອນທ້າຍປີ

ສືບຕໍ່ປະຕິບັດນະໂຍບາຍງົບປະມານຢ່າງເຄັ່ງຄັດໃນຊຸມເດືອນທ້າຍປີ - ảnh 1
ພາບປະກອບ

(vovworld) - ​ໃນ​ 6 ​ເດືອນ​ທ້າຍ​ປີ 2012, ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ງົບປະມານ​ຢ່າງ​​ເຄັ່ງ​ຄັດ, ມີ​ປະສິດທິ​ຜົນ, ມານະ​ພະຍາຍາມ​ສູ້​ຊົນ, ​ເພີ່​ມທະວີການ​ຊີ້​ນຳ​ວຽກ​ງານ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ແຫ່ງ​ລັດ, ສຸມ​ໃສ່​ຕ້ານ​ການຮົ່ວ​ໄຫຼ​ໃນ​ການ​ເກັບ​ລາຍ​ຮັບ, ສູ້​ຊົນບັນລຸ​ເກີນຄາດເກັບລາຍ​ຮັບ​​ເຂົ້າ​ງົບປະມານ​ແຫ່ງ​ລັດ ທີ່​​ສະພາ​ແຫ່ງ​ຊາດ​​ໄດ້ຮັບຮອງ​​ເອົາ. ນີ້​ແມ່ນ​ໜ້າ​ທີ່​ໃນ 6 ​ເດືອນ​ທ້າຍ​ປີ 2012 ທີ່​​ກະຊວງ​ການ​ເງິນ​ໄດ້​ຍົກ​ອອກ​ມາ ທີ່​ກອງ​ປະຊຸມ​ສະຫຼຸບ​ສະພາບ​ການ​ເງິນ 6 ​ເດືອນ​ຕົ້ນ​ປີ ​ແລະ ວາງ​ອອກ​ໜ້າ​ທີ 6 ​ເດືອນທ້າຍ​ປີທີ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 4/7. ຕາມ​ນັ້ນ​ແລ້ວ, ກະຊວງການ​ເງິນ​ຍູ້​ແຮງ​ເລື່ອງ​ແກ້​ໄຂ​ບັນ​ດາ​ບ້ວງ​​ອາກອນທີ່​ຍັງ​ຕິດ​ຄ້າງຢ່າງ​ເດັດຂາດ, ຮັກສາ​ວຽກ​ງານ​ກວ​ດກາ, ກວດກາ​ອາກອນ ​ເປັນ​ປະຈຳ, ພົບ​ເຫັນ ​ແລະ ​ແກ້​ໄຂ​ບັນດາ​ການ​ກະທຳ​ທີ່​ລະ​ເມີດ​ໃນ​ການ​ຄຸມຄອງ​ອາກອນ ຢ່າງ​​ເຂັ້ມ​ງວດທັນ​ການ. ກະຊວງ​ການ​ເງິນ​ສະ​ເໜີ​ໃຫ້​ຄຸ້ມ​ຄອງ​ການ​ໃຊ້​ຈ່າ​ຍປະຢັດ ​ແລະ ມີ​ປະສິດທິ​ຜົນ, ​ເພີ່ມ​ແຫຼ່ງ​ເພີ່ມ​ເຕີມ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງ​ຄົມ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ກະຊວງ ກໍ​ຮຽກ​ຮ້ອງ​ໃຫ້​ບັນດາ​ທ້ອງ​ຖີ່​ນຕັ້ງໜ້າ​ປະຕິບັດ​ບັນດາ​ມາ​ດຕະການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ໜູນ​ຊ່ວຍ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ສົ່ງ​ເສີມ​ການ​ສົ່ງ​ອອກ, ຈຳກັດ​ການ​ນຳ​ເຂົ້າ​ເກີນ​ດຸນ, ສືບ​ຕໍ່​ຍູ້​ແຮງ​ວິວັດ​ການຈັດ​ຕັ້ງ​ຫັນ​ລັດ​ວິ​ສາ​ຫະກິດເປັນ​ຫຸ້ນ​ສ່ວນ​ ​ແລະ ປ່ຽນ​ໃໝ່​ກົນ​ໄກ​ການ​ເງິນ ທີ່​ມີ​ຕໍ​ຂົງ​ເຂດວິຊາ​ສະ​ເພາະ​ຂອງ​ລັດ, ​ເພີ່​ມທະວີ​ວຽກ​ງານ​ກວດກາ, ກວດກາ​ການ​ເງິນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອ​ຍ ​ແລະ ສິ່ງຫຍໍ້​ທໍ້.

ຂ່າວ/ບົດ​ອື່ນ