ສືບຕໍ່ປະຕິຮູບຂະແໜງສຶກສາບຳລຸງສ້າງ

ສືບຕໍ່ປະຕິຮູບຂະແໜງສຶກສາບຳລຸງສ້າງ - ảnh 1
(ທ່ານ​ ຟ້າມຫວູລ້ວນ, ລັດຖະມົນຕີ​ວ່າການ​
ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ)


(vovworld) – ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ສືບ​ຕໍ່​ປ່ຽນ​ໃໝ່​ການ​ສຶກສາ, ບຳລຸງ​ສ້າງ​ໃຫ້​ຮອບດ້ານ, ບັນລຸ​ບັນດາ​ໝາກຜົນ​ດີງາມ​ກວ່າ, ສ້າງ​ຜົນງານ​ຢ່າງ​ແທດ​ຈິງ​ເພື່ອຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ ຄັ້ງ​ທີ 12 ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ຕົ້ນ​ປີ 2016. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ ຟ້າມຫວູລ້ວນ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ” ​ໃນ​ວັນ​ທີ 16/08. ທ່ານ ຟ້າ​ມຫວູລ້ວນ ​ໃຫ້​ຮູ້​ວ່າ, ​ໃນການ​ເສັງ​ຊັ້ນມັດທະ​ຍົມ​ຕອນ​ປ່າຍ​ຜ່ານ​ມາ, ​ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ນັກຮຽນ​ຢູ່ເຂດ​ຫ່າງ​ໄກ່​ຊອກ​ຫີິກ, ກະຊວງ​ໄດ້​ຊີ້​ນຳ​ໜັງ​ສີ​ພິມ​ສຶກສາ​ຍຸກ​ສ​ະ​ໄໝ ​ແລະ ບາງ​ພາຫະ​ນະ​ສື່​ສວນ​ຊົນ​ອື່ນໆ ອັບ​​ເດັດ​ຂໍ້​ມູນ​ໃຫ້​ບັນດາ​ນັກຮຽນ​ຢ່າງ​ລຽນ​ຕິດ. ພ້ອມ​ທັງ​ອັບ​ເດັດ​ຊອບ​ແວ​ເພື່ອ​ໃຫ​້ນັກ​ຮຽນ​ປ່ຽນ​ໂຮງຮຽນ​ທີ່ຕາມ​ໃຈ​ເລືອກ​ຢູ່​ໂຮງຮຽນ​ມັດ​ທະ​ຍົມ​ຕອນ​ປ່າຍ ​ເຊິ່ງ​ແມ່ນບ່ອນ​ທີ່​ຕົນ​ເອງຮຽນ ​ແລະ ຢູ່ບັນດາ​ພະ​​ແນ​ກສຶກສາ​ບຳລຸງສ້າງ​ຂອງທ້​ອງຖິ່ນ.

ຂ່າວ/ບົດ​ອື່ນ