ສືບຕໍ່ປ່ຽນໃໝ່ວຽກງານໂຄສະນາສຶກສາຢ່າງແຮງກ່ວາອີກ

ສືບຕໍ່ປ່ຽນໃໝ່ວຽກງານໂຄສະນາສຶກສາຢ່າງແຮງກ່ວາອີກ - ảnh 1
ທ່ານ​ເລ​ຮົ່ງ​ແອງ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ
(ພາບ: T.Sơn)

(vovworld) – ວັນ​ທີ 30/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ສະ​ຫລຸບ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ປີ 2014, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015. ທ່ານ​ເລ​ຮົ່ງ​ແອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ແລະ ທ່ານ ດິງ​ເທ໋​ຮີງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ເຂົ້າ​ຮ່ວມ, ຊີ້​ນຳ​ກອງ​ປະ​ຊຸມ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ເລ​ຮົ່ງ​ແອງ ເນັ້ນ​ໜັກ​ວ່າ: ອີງ​ຕາມ​ຄຳ​ຮຽກ​ຮ້ອງ, ໜ້າ​ທີ່​ການ​ເມືອງ​ໃນ​ປີ 2015, ຂະ​ແໜງ​ໂຄ​ສະ​ນາ​ສຶກ​ສາ​​ຕ້ອງ​ສຸມ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່​ວິ​ວັດ​ການ​ກະ​ກຽມ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພັກ​ທຸກ​ຂັ້ນ ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ຂະ​ແໜງ​ຊາບ​ຊຶມ​ຢ່​າງ​ເລິກ​ເຊິ່ງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ເຈດ​ຈຳ​ນົງ ແລະ ການ​ກະ​ທຳ​ໃນ​ພັກ ແລະ ທົ່ວ​ສັງ​ຄົມ, ເປັນ​ເສ​ນາ​ທິ​ການ, ຈັດ​ຕັ້ງ​ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​, ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​​ໃສ່ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂ​ອງ​ພັກ. ທ່ານ​ເລ​ຮົ່ງ​ແອງ ຮຽກ​ຮ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ແຮງ​ກ່​ວາ​ອີກ​ໃນ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ, ພິ​ເສດ​ແມ່ນ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ປະ​ຕິ​ບັດ​ຈຸດ​ໝາຍ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຟື້ນ​ຟູ​ລະ​ດັບ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບ​ບ​ການ​ເຕີບ​ໂຕ ແລະ ປະ​ຕິ​ບັດ 3 ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

 

ຂ່າວ/ບົດ​ອື່ນ