ສືບຕໍ່ວາລະປະຊຸມຄັ້ງທີ37ຂອງຄະນະປະຈຳສະພາແຫ່ງຊາດ

ສືບຕໍ່ວາລະປະຊຸມຄັ້ງທີ37ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວຄຳເຫັນທີ່ວາລປະຊຸມ
(ພາບ: An Đăng – TTXVN)

(vovworld) – ​​​ໃນ​ຂອບ​ເຂດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 37, ຕອນ​ບ່າຍ​ວັນ​ທີ 8/4, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 132 (IPU 132) ເຊິ່ງຫາກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ສຳ​ເລັດ​ຢູ່​ຮ່າ​ໂນ້ຍ. ເມື່ອລາຍ​ງານ​ກ່ຽວ​ກັບໝາກ​ຜົນ​ຂອງ IPU 132, ທ່ານ ເຈີ່ນ​ວັນ​ຮັ່ງ, ຫົວ​ໜ້າກ​ຳ​ມ​າ​ທິ​ການ​​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ: ຫວຽດ​ນາມ ​ໄດ້​ຮັບ​ໜ້າ​ທີ່​ເປັນ​ປະ​ເທດ​ເຈົ້າ​ພາບສຳ​ເລັດ​ຜົນ ​ແລະ ສະ​ແດງ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ກອງ​ປະ​ຊຸມ​ໃຫຍ່ IPU 132. ທ່ານປະ​ທານ ແລະ ເລ​ຂາ​ທິ​ການ​ໃຫ​ຍ່ IPU ແລະ ບັນ​ດາ​ຜູ້​ແທນ​ສາ​ກົນ​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ປະ​ເທດ​ເຈົ້າ​ພາບ ຫວຽດ​ນາມ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ວຽກ​ງານ​ຈັດ​ຕັ້ງ​ເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ຮ່ວມ​ການ​ສະ​ເໜີ​ຫົວ​ຂໍ້​ໃຫ້​ແກ່ວາ​ລະ​ປະ​ປຶກ​ສາ​ຫາ​ລື​ຄົບ​ຄະ​ນະ, ​ປະ​ກອບຫຼາຍ​ຄຳ​ເຫັນ​ທີ່​ມີ​ຄຸນ​ນະ​ພາບ​ເຂົ້າ​ໃນ​ບັນ​ດາ​ຮ່າງ​ມະ​ຕິ ແລະ ເອ​ກະ​ສານ​ຂອງ​ບັນ​ດາ​ວາ​ລະ​ປະ​ຊຸມ​ອີກ​ດ້ວຍ. ກອງ​ປະ​ຊຸມ​ໃຫຍ່ IPU 132 ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ຕົ້ນ​ຕໍ, ໃນ​ນັ້ນ​ມີ “ຖະ​ແຫຼງ​ການ ຮ່າ​ໂນ້ຍ” ເຊິ່ງ​ແມ່ນ​ເອ​ກະ​ສານ​ສຳ​ຄັນ​ທີ່​ສຸດ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ສະ​ແດງ​ໃຫ​້​ເຫັນ​ຄວາມ​ເປັນ​ເຈົ້າ​ພາບ, ຕັ້ງ​ໜ້າ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​ສະ​ເໜີ​ຄວນ​ສືບ​ຕໍ່​ໂຄ​ສະ​ນາ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ກອງ​ປະ​ຊຸມ​ໃຫຍ່, ພິ​ເສດ​ແມ່ນ​ບັນ​ດາ​ເນື້​ອ​ໃນ​ຕິດ​ພັນ​ກັບ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ທັງ​ຫັນ​ບັນ​ດາ​ມະ​ຕິ ແລະ ຖະ​ແຫຼງ​ການ ຮ່າ​ໂນ້ຍ ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ IPU 132 ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ເປັນ​ລະ​ອຽດ.

        ຕອນ​ເຊົ້າ​ວັນ​ທີ 9/4, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ບານ (ສະ​ບ​ັບ​ປັບ​ປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ.

 


ຂ່າວ/ບົດ​ອື່ນ