ສືບຕໍ່ວຽກງານຊ່ວຍເຫຼືອລາວແກ້ໄຂຜົນຮ້າຍຢ່ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າແຕກ

(VOVWORLD) -   ຫວຽດນາມພວມຜັນຂະຫຍາຍຢ່າງຕັ້ງໜ້າວຽກງານຊ່ວຍບັນເທົາທຸກໃຫ້ແກ່ປະຊາຊົນແກ້ໄຂຜົນຮ້າຍຢ່ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປືຂອງລາວ
ສືບຕໍ່ວຽກງານຊ່ວຍເຫຼືອລາວແກ້ໄຂຜົນຮ້າຍຢ່ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າແຕກ  - ảnh 1ຂະບວນລົດສົ່ງເຄື່ອງບັນເທົາທຸກ 

ຕອນບ່າຍວັນທີ 27 ກໍລະກົດ, ຫວຽດນາມໄດ້ຈັດສົ່ງບຸກຄະລາກອນກວ່າ 100 ຄົນພ້ອມກັບຢຸກຢາຢ່າງພຽງພໍເພື່ອກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວ. ເຄື່ອງບັນເທົາທຸກລວມມີ ສະບຽງອາຫານ, ນ້ຳບໍລິສຸດ ກໍຖືກຂົນສົ່ງຮອດເຂດປະຊາຊົນຮັບເຄາະຮ້າຍ. ໃນວັນດຽວກັນ, ກຳລັງເສນາຮັກໄດ້ກວດ ແລະ ປິ່ນປົວພະຍາດໃຫ້ແກ່ 200 ຄົນໃນເຂດຮັບເຄາະຮ້າຍ. ກຳລັງຂອງຫວຽດນາມ ແລະ ລາວພວມສົມທົບກັນເພື່ອຊອກຫາຜູ້ຫາຍສາບສູນ ແລະ ບໍລິຫານທາງຄົມມະນາຄົມ.

      ໃນວັນດຽວກັນ, ຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພ ໄດ້ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ສະເໜີໃຫ້ສະໜອງເຄື່ອງບັນເທົາທຸກຈາກແຫຼ່ງສະສົມແຫ່ງຊາດເພື່ອຊ່ວຍເຫຼືອລາວແກ້ໄຂຜົນຮ້າຍຢ່ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າແຕກ ຢູ່ແຂວງອັດຕະປື.

     ໃນຂະນະດຽວດັນ, ແຂວງກອມຕຸມກໍໄດ້ແຕ່ງຕັ້ງຄະນະປະຕິບັດງານໄປຢ້ຽມຢາມຖາມຂ່າວ ແລະ ໜູນຊ່ວຍທາງດ້ານວັດຖຸໃຫ້ແກ່ປະຊາຊົນແຂວງອັດຕະປື

ຕອບກັບ

ຂ່າວ/ບົດ​ອື່ນ