ສັບ​ປະ​ດາ ຮູບ​ເງົາ​ອາ​ຊຽນ 2022 ຈະ​ຈັດ​ຕັ້ງ​ຢູ່ 3 ນະ​ຄອນ​ໃຫຍ່​ຂອງ ຫວຽດ​ນາມ

(VOVWORLD) -ສັບປະດາຮູບເງົາອາຊຽນ ປີ 2022 ຢູ່ ຫວຽດນາມ ຄາດວ່າຈະແກ່ຍາວເປັນເວລາ 6 ວັນໃນໄຕມາດ II ປີ 2022 ເຊິ່ງຈະດຳເນີນຢູ່ 3 ນະຄອນລວມມີ: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ.
 ສັບ​ປະ​ດາ ຮູບ​ເງົາ​ອາ​ຊຽນ 2022 ຈະ​ຈັດ​ຕັ້ງ​ຢູ່ 3 ນະ​ຄອນ​ໃຫຍ່​ຂອງ ຫວຽດ​ນາມ - ảnh 1ພາບປະກອບ: Asia One

ສັບປະດາ ຮູບເງົາ ມຸ່ງໄປເຖິງການເຊື່ອມຕໍ່ວັດທະນະທຳ ແລະ ປະກອບສ່ວນສ້າງປະຊາຄົມສັນຕິພາບ, ສະຖຽນລະພາບ ແລະ ຂະຫຍັນຂັນເຄື່ອນ. ຕາມການຄາດຄະເນແລ້ວ, ສັບປະດາ ຮູບເງົາປີ 2022 ຈະຖືກຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ, ຮູບເງົາເລື່ອງຕ່າງໆຈະໄດ້ສາຍຢູ່ສູນສາຍຮູບເງົາແຫ່ງຊາດຮ່າໂນ້ຍ, ໂຮງຮູບເງົາ ເລໂດະ (ດ່ານັ້ງ) ແລະ ໂຮງຮູບເງົາແຫ່ງຕ່າງໆຢູ່ນະຄອນໂຮ່ຈີມິນ. ຮູບເງົາເປັນຕົວແທນຂອງ ຫວຽດນາມ ແມ່ນ ຮູບເງົາເລື່ອງ “ຄວາມສຸກຂອງແມ່” (ຄ້ວາໄດ້ລາງວັນວາວຄຳ 2019) ໄດ້ຄັດເລືອກເປັນ ຮູບເງົາເລື່ອງສາຍເປີດສາກໃຫ້ແກ່ສັບປະດາ ຮູບເງົາ.

ຕອບກັບ

ຂ່າວ/ບົດ​ອື່ນ