ສ​ປ​ຊ ແລະ ຕວກ​ກີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ​ທະ​ເລ​ດຳ

(VOVWORLD) - ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ສົ່ງຈົດໝາຍສະບັບໜຶ່ງ ໄປຍັງປະທານາທິບໍດີ ລັດເຊຍ Vladimir Putin ເພື່ອເຕື້ອງເຖິງບັນດາແນວຄວາມຄິດ ກ່ຽວກັບວິທີການປະຕິບັດຂໍ້ຕົກລົງທັນຍາຫານ.
ສ​ປ​ຊ ແລະ ຕວກ​ກີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ​ທະ​ເລ​ດຳ - ảnh 1

 ກຳປັ່ນຂົນສົ່ງທັນຍາຫານ ຢູ່  Istanbul, ຕວກກີ ວັນທີ  7/8/2022 (ພາບ: THX/TTXVN)

  ວັນທີ 28 ເມສາ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານນາທິບໍດີ ຕວກກີ Recep Tayyip Erdogan ເພື່ອປຶກສາຫາລືກ່ຽວກັບຂໍ້ເລີ່ມທັນຍາຫານທະເລດຳ. ສອງທ່ານໄດ້ປຶກສາຫາລືກ່ຽວກັບ “ວິທີການຮັບປະກັນການປົວແປງ, ເປີດກ້ວາງ ແລະ ຕໍ່ກຳນົດເວລາ” ຂໍ້ຕົກລົງວ່າດ້ວຍການອະນຸຍາດສົ່ງອອກທັນຍາຫານຂອງ ຢູແກຼນ ຈາກ ທະເລດຳ ໂດຍປອດໄພ. ການນຳສອງຝ່າຍຍັງປຶກສາຫາລືກ່ຽວກັບວິທິເພີ່ມການສົ່ງອອກສະບຽງອາຫານ ແລະ ປຸ່ຍຂອງ ລັດເຊຍ ອອກສູ່ຕະຫຼາດໂລກ.

   ໃນຕົ້ນອາທິດນີ້, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ສົ່ງຈົດໝາຍສະບັບໜຶ່ງ ໄປຍັງປະທານາທິບໍດີ ລັດເຊຍ Vladimir Putin ເພື່ອເຕື້ອງເຖິງບັນດາແນວຄວາມຄິດ ກ່ຽວກັບວິທີການປະຕິບັດຂໍ້ຕົກລົງທັນຍາຫານ. ບັນດາສານທີ່ຄ້າຍຄືກັນ ກໍ່ໄດ້ສົ່ງໄປຍັງ ຢູແກຼນ ແລະ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ