ສປຊ ແລະ ອາເມລິກາ ຮຽກຮ້ອງຈົ່ງຢຸດຕິການໃຊ້ຄວາມຮຸນແຮງຢູ່ ບັງກະລາເທດ

(vovworld) -   ວັນທີ 1/3, ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Ban Ki Moon ​ໄດ້​ຮຽກຮ້ອງ​ຈົ່ງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ບັງ​ກະລາ​​ເທດ ຊື່​ງ​ໄດ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​ຂອງ​ປະຊາຊົນ​ນັບ​ຮ້ອຍໆ​ຄົນ​ພາຍຫລັງ​ສານ​ປະກາດ​ຄຳ​ຕິດ​ສິນ​ປະຫານ​ຊີວິດ​ການ​ນຳ​ຂອງ​ພັກ​ອິດສະ​ລາມ​ຜູ້​ຫນຶ່ງ Jamaat e Islami ຍ້ອນ​​ໂທດ​ກຳ​ສົງຄາມ​ປີ 1971. ຕາມ​ໂຄສົກ​ດັ່ງກ່າວ​ແລ້ວ, ​ເລຂາທິການ​ໃຫຍ່ ສປຊ ຮັບ​ຮູ້​ວ່າ ການ​ພິພາກສາ​​ໂທດ​ກຳ​ສົງຄາມ ​ແມ່ນ​ວິວັດ​ການ​ຂອງ​ປະ​ເທດ ​ແລະ ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ກ່ຽວຂ້ອງ​ຕ້ອງ​ເຄົາລົບ​ຂໍ້​ກຳນົດ​ຂອງ​ກົດໝາຍ, ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ສະ​ແດງ​ທັດສະນະ​ຂອງ​ຕົນ​ໂດຍ​ສັນຕິ​ວິທີ. ​ໃນ​ວັນ​ດຽວ​ກັນ, ຮອງ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກໍ​ໄດ້​ຮຽກຮ້ອງ​ຊາວ ບັງ​ກະລາ​ເທດ ຕ້ອງ​ສະ​ແດງ​ທັດສະນະ​ໂດຍ​ສັນຕິ​ວິທີ ພ້ອມ​ທັງ​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ສັນຕິພາບ​ຂອງ​ລັດຖະບານ ບັງ​ກະລາ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ