ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ ຍິງ​ທົດ​ລອງ​ລູກ​ສອນ​ໄຟໄວເໜືອ​ສຽງ​ລຸ້ນ​ໃໝ່

(VOVWORLD) -ການພັດທະນາລູກສອນໄຟໄວເໜືອສຽງ ແມ່ນໜຶ່ງໃນ 5 ໜ້າທີ່ຮັບບຸລິມະສິດແຖວໜ້າຂອງແຜນການ 5 ປີ ສຳລັບຂົງເຂດອາວຸດຍຸດທະສາດ ເພື່ອແນໃສ່ພັດທະນາວິທະຍາສາດປ້ອງກັນຊາດ ແລະ ລະບົບອາວຸດ ເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກແຮງງານ ສປປ.ເກົາຫຼີ ໄດ້ວາງອອກ, ເພື່ອຍູ້ແຮງວິວັດທະນາການພັດທະນາຕາມລຳດັບ, ມີວິທະຍາສາດ ແລະ ໜ້າໄວ້ເນື້ອເຊື່ອໃຈ”.
ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ ຍິງ​ທົດ​ລອງ​ລູກ​ສອນ​ໄຟໄວເໜືອ​ສຽງ​ລຸ້ນ​ໃໝ່ - ảnh 1ປະຊາຊົນ ຮັບຊົມການຍິງທົດລອງລູກສອນໄຟ ຜ່ານໂທລະພາບ (ພາບ: AFP/TTXVN)

ຕອນເຊົ້າວັນທີ 28 ກັນຍາ, ສະຖາບັນປັນດິດວິທະຍາສາດປ້ອງກັນຊາດ ສປປ.ເກົາຫຼີ ໄດ້ທົດລອງການຍິງລູກສອນໄຟໄວເໜືອສຽງລ້ນຸໃໝ່ Hwasong – 8 ຢູ່ Toyang – ri, ຂຶ້ນກັບເມືອງ Ryongrim ຂອງແຂວງ Jagang. ນີ້ແມ່ນຂໍ້ມູນຂ່າວ ໂດຍ ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ຢັ້ງຢືນໃນວັນທີ 29 ກັນຍາ.

        ສຳນັກຂ່າວສານ KCNA ຢັ້ງຢືນວ່າ ການພັດທະນາລູກສອນໄຟໄວເໜືອສຽງ ແມ່ນໜຶ່ງໃນ 5 ໜ້າທີ່ຮັບບຸລິມະສິດແຖວໜ້າຂອງແຜນການ 5 ປີ ສຳລັບຂົງເຂດອາວຸດຍຸດທະສາດ ເພື່ອແນໃສ່ພັດທະນາວິທະຍາສາດປ້ອງກັນຊາດ ແລະ ລະບົບອາວຸດ ເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກແຮງງານ ສປປ.ເກົາຫຼີ ໄດ້ວາງອອກ, ເພື່ອຍູ້ແຮງວິວັດທະນາການພັດທະນາຕາມລຳດັບ, ມີວິທະຍາສາດ ແລະ ໜ້າໄວ້ເນື້ອເຊື່ອໃຈ”. ໄປຄຽງຄູ່ກັນນັ້ນ, KCNA ກໍໃຫ້ຮູ້ວ່າ ຜ່ານການຍິງທົດລອງຄັ້ງນີ້ ໄດ້ຊີ້ໃຫ້ເຫັນວ່າ ບັນດາຂໍ້ມູນດ້ານເຕັກນິກ ລ້ວນແຕ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຂອງການອອກແບບ.

        ນີ້ແມ່ນການຍິງທົດລອງອາວຸດຄັ້ງທີ 6 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ