ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ​ການ​ດຳ​ເນີນ​ການ​ຊ້ອມ​ຮົບ​ຕ້ານ​ຄືນ​ການ​ບ​ຸກ​ໂຈມ​ຕີ​ນິວ​ເຄຼຍຍຸດ​ທະ​ສາດ

(VOVWORLD) -ພຽງຢາງ ຕ້ອງກຽມພ້ອມເພື່ອດຳເນີນການບຸກໂຈມຕີບໍ່ວ່າໃນຈຸດເວລາໃດ ເພື່ອແນໃສ່ນາບຂູ່ສົງຄາມ.
ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ​ການ​ດຳ​ເນີນ​ການ​ຊ້ອມ​ຮົບ​ຕ້ານ​ຄືນ​ການ​ບ​ຸກ​ໂຈມ​ຕີ​ນິວ​ເຄຼຍຍຸດ​ທະ​ສາດ - ảnh 1ການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 14 ມີນາ (ພາບ: KCNA/TTXVN)

ວັນທີ 20 ມີນາ, ສປປ.ເກົາຫຼີ ຖະແຫຼງວ່າ ປະເທດນີ້ດຳເນີນການຊ້ອມຮົບແບບຮູບຈຳລອງຕາມແຜນການຕ້ານການບຸກໂຈມຕີນິວເຄຼຍຍຸດທະສາດໃນອາທິດຜ່ານມາ. ການກະທຳຂອງ ສປປ.ເກົາຫຼີ ໄດ້ດຳເນີນໃນສະພາບການ ສ.ເກົາຫຼີ ແລະ ອາເມລິກາ ພວມດຳເນີນການຊ້ອມຮົບຮ່ວມ ໃນເວລາ 11 ມື້ (ແຕ່ວັນທີ 13 /3 – 23/3). ນີ້ໄດ້ຮັບຖືວ່າ ແມ່ນການຊ້ອມຮົບຂະໜາດໃຫຍ່ທີ່ສຸດລະຫວ່າງສອງປະເທດສຳພັນທະມິດໃນຫຼາຍປີຜ່ານມາ.

        ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA), ການນຳ ສປປ.ເກົາຫຼີ Kim Jong – un ຊີ້ນຳການຊ້ອມຮັບຢູ່ກົມກອງຕ່າງໆຂອງກອງທັບຮັບຜິດຊອບດ້ານອາວຸດນິວເຄຼຍຍຸດທະສາດ ໃນວັນທີ 18 ແລະ 19 ມີນາ, ລວມທັງການຊ້ອມຍິງລູກສອນໄພນຳວິຖີ.  ການນຳ Kim Jong – un ຖະແຫຼງວ່າ ພຽງຢາງ ຕ້ອງກຽມພ້ອມເພື່ອດຳເນີນການບຸກໂຈມຕີບໍ່ວ່າໃນຈຸດເວລາໃດ ເພື່ອແນໃສ່ນາບຂູ່ສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ