ສ​ປ​ປ.ເກົາຫຼີ ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ

(VOVWORLD) -ເຫດຍິງນີ້ໄດ້ດຳເນີນພາຍຫຼັງ ສ.ເກົາຫຼີ ແລະ ອາເມລິກາສິ້ນສຸດການຊ້ອມຮົບຮ່ວມກອງທັບເຮືອຂອບຂະໜາດໃຫຍ່ທີ່ສຸດໃນຮອບເວລາ 5 ປີຜ່ານມາ ດ້ວຍການເຂົ້າຮ່ວມຂອງກຳປັນສະໜາມບິນ USS Ronald Reagan
ສ​ປ​ປ.ເກົາຫຼີ ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ - ảnh 1ພາບປະກອບ: TTXVN

ວັນທີ 1 ຕຸລາ, ສ.ເກົາຫຼີ ໃຫ້ຮູ້ວ່າ, ສປປ.ເກົາຫຼີ ຫາກໍ່ຍິງລູກສອນໄຟນຳວິຖີ. ນີ້ແມ່ນເຫດຍິງລູກສອນໄຟຄັ້ງທີ 4 ຂອງ ສປປ.ເກົາຫຼີ ໃນຮອບເວລາ 1 ອາທິດ. ຕາມສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ແລ້ວ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີບໍ່ກຳນົດເປົ້າຍິງໄປສູ່ທາງທິດ ຝັ່ງທະເລຕາເວັນອອກ. ຝ່າຍຍີ່ປຸ່ນ ກໍ່ຢັ້ງຢືນຂໍ້ມູນນີ້ ພ້ອມທັງໃຫ້ຮູ້ວ່າ, ເຫດຍິງລູກສອນໄຟທີ 2 ອາດຈະບໍ່ປະສົບຜົນສຳເລັດພາຍຫຼັງການຍິງ.

ເຫດຍິງນີ້ໄດ້ດຳເນີນພາຍຫຼັງ ສ.ເກົາຫຼີ ແລະ ອາເມລິກາສິ້ນສຸດການຊ້ອມຮົບຮ່ວມກອງທັບເຮືອຂອບຂະໜາດໃຫຍ່ທີ່ສຸດໃນຮອບເວລາ 5 ປີຜ່ານມາ ດ້ວຍການເຂົ້າຮ່ວມຂອງກຳປັນສະໜາມບິນ USS Ronald Reagan

ຕອບກັບ

ຂ່າວ/ບົດ​ອື່ນ