ສ​ປ​ປ.ເກົາຫຼີ ສື​ບ​ຕໍ່​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ

(VOVWORLD) -ກອງທັບ ສ.ເກົາຫຼີ ກໍເຜີຍໃຫ້ຮູ້ວ່າ ຕອນເຊົ້າວັນທີ 20 ກຸມພາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ. ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໄດ້ປະຕິບັດຈາກເຂດ Sukchon ຂຶ້ນກັບແຂວງ Pyongan ໃຕ້, ສປປ.ເກົາຫຼີ.
ສ​ປ​ປ.ເກົາຫຼີ ສື​ບ​ຕໍ່​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ - ảnh 1ການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 18/2/2023 (ພາບ: Yonhap/TTXVN)

ຕອນເຊົ້າວັນທີ 20 ກຸມພາ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ 2 ລູກ ໃນຕອນເຊົ້າຂອງວັນດຽວກັນ, ເຊິ່ງບັນລຸຄວາມສູງປະມານ 100 Km ແລະ 50 Km ແລະ ໄກປະມານ 350 – 400 Km ກ່ອນທີ່ຈະຕົກໃສ່ນອກເຂດເສດຖະກິດພິເສດຂອງ ຈີນ. ປັດຈຸບັນ, ຍັງບໍ່ທັນມີການລາຍງານກ່ຽວກັບຜົນເສຍຫາຍສຳລັບ ເຮືອບິນ ຫຼືວ່າ ກ່ຳປັ່ນ.

ພ້ອມດຽວກັນນັ້ນ, ກອງທັບ ສ.ເກົາຫຼີ ກໍເຜີຍໃຫ້ຮູ້ວ່າ ຕອນເຊົ້າວັນທີ 20 ກຸມພາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ. ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໄດ້ປະຕິບັດຈາກເຂດ Sukchon ຂຶ້ນກັບແຂວງ Pyongan ໃຕ້, ສປປ.ເກົາຫຼີ.

ສ່ວນທ່ານນາງ Kim Yo Jong, ຮອງຫົວໜ້າຄະນະຖະແຫຼງຂ່າວ ແລະ ການສື່ສານຂອງ ຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ໄດ້ກ່າວເຕືອນຕໍ່ເລື່ອງ ຫັນມະຫາສະມຸດປາຊີຟິກ ເປັນ “ສະໜາມຍິງ”. ທ່ານນາງ ເນັ້ນໜັກວ່າ ສປປ.ເກົາຫຼີ ຈະມີການກະທຳໂຕ້ຕອບທີ່ຄ້າຍຄືກັນ ຖ້າຫາກວ່າ ບັນດາການກະທຳຂອງ ອາເມລິກາ “ໄດ້ຮັບຖືວ່າເປັນໄພນາບຂູ່ໂດຍກົງ ຫຼື ທາງອ້ອມ”.

        ຕອນເຊົ້າວັນທີ 20 ກຸມພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໃຫ້ຮູ້ວ່າ, ປະເທດນີ້ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມດ່ວນກ່ຽວກັບບັນດາເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ. ພ້ອມທັງໄດ້ເນັ້ນໜັກວ່າ ຍີ່ປຸ່ນ ຈະຮ່ວມມືກັບ ອາເມລິກາ ແລະ ສ.ເກົາຫຼີ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ພາກພື້ນ.

        ຍີ່ປຸ່ນ ກໍ່ສົ່ງຈົດໝາຍທາງການຄັດຄ້ານເຖິງ ສປປ.ເກົາຫຼີ ຜ່ານສະຖານທູດ ຍີ່ປຸ່ນ ປະຈຳ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ