ສປປ.ເກົາຫຼີ ຮຽກຮ້ອງ ປັບປຸງການພົວພັນກັບ ສ.ເກົາຫຼີ

ສປປ.ເກົາຫຼີ ຮຽກຮ້ອງ ປັບປຸງການພົວພັນກັບ ສ.ເກົາຫຼີ - ảnh 1
ທ່ານ​ນາ​ຍົດ​ລັ​ດຖະມົນຕີ Pak Pong ju
(ພາບ: AFP)


(vovworld) – ​​ໃນ​ບົດ​ກ່າວ​ປາ​ໄສ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນຊາດ​ສປປ.​ເກົາຫຼີ, ທ່ານ​ນາຍົກລັດຖະມົນຕີສປປ.​ເກົາຫຼີ Pak Pong ju ຮຽກຮ້ອງ​ປັບປຸງ​ການ​ພົວພັນ​ກັບສ.​ເກົາຫຼີ. ທ່ານ​ນາ​ຍົດ​ລັ​ດຖະມົນຕີ Pak Pong ju ຊີ້​ແຈ້ງວ່າ “ພວກ​ເຮົາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ 2 ພາກ”.

        ກ່ອນ​ໜ້າ​ນັ້ນ, ພຽງ​ຢາງ ຖື​ວ່າ, ການ​ພົວພັນ​ກັບ​ເຊີ​ອຸນ ມີ​ແຕ່​ປັບປຸງ​ໄດ້​ເມື່ອ​ອາ​ເມ​ລິ​ກາ ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ​ສ.​ເກົາຫຼີ. ປະຈຸ​ບັນ ອາ​ເມ​ລິ​ກາ​ ມີ​ທະຫານ 28.500 ຄົນ​ພວມ​ຕັ້ງທັບ​ຢູ່​ປະ​ເທດ​ພັນທະ​ມິດ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອນີ້. ຄຳ​ຮຽກຮ້ອງ​ຖືກ​ຍົກ​ອອກ​ມາ ພາຍຫຼັງທີ່ທ່ານ​ນາງ​ປະທາ​ນາ​ທິບໍດີ Park Geun hye ຮຽກຮ້ອງ​ພຽງ​ຢາງ ​ເຈລະຈາ​ກັບ​ເຊີ​ອຸນ ພຽງສັບປະດາ​ 1 ເພື່ອ​ຊ່ວຍ​ປັບປຸງການ​ພົວພັນ 2 ຝ່າຍ​ເຊິ່ງປະຈຸ​ບັນ​ພວມ​ຢູ່​ໃນ​ລະ​ດັບ​ຕຳ​່ສຸດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ຂ່າວ/ບົດ​ອື່ນ